Banner

ປະຫວັດສຳນັກງານ ກສທຊ.


ຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫລື ກສທຊ.

    ເປັນອົງກອນຂອງລັດທີ່ເປັນອິສະຫລະຊື່ງຈັດຕັ້ງຂື້ນຕາມພະລາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດ ແລະກິດຈະການໂທລະຄົມມະນາຄົມ ປີ ຄ.ສ 2010 ອັນເປັນກົດຫມາຍທີ່ຕາຂື້ນໃຫ້ເປນໄປຕາມມາດຕາ 47 ຂອງລັດຖະທຳມະນູນແຫ່ງລາດຊະອານາຈັກໄທ ປີ ຄ.ສ 2007 ທີ່ບັນຍັດວ່າ

    “ຄື່ນຄວາມຖີ່ທີ່ໃຊ້ໃນການສົ່ງວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະໂທລະຄົມມະນາຄົມເປັນຊັບພະຍາກອນສື່ສານຂອງຊາດເພື່ອປະໂຫຍດສາທາລະນະໃຫ້ມີອົງກອນຂອງລັດທີ່ເປັນອິສະຫລະອົງກອນຫນື່ງເຮັດຫນ້າທີ່ຈັດສັນຄື່ນຄວາມຖີ່ຕາມວັກຫນື່ງ ແລະກຳກັບການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະໂທລະຄົມມະນາຄົມທັງນີ້ ຕາມທີ່ກົດຫມາຍບັນຍັດ”

    ກສທຊ.ມີອຳນາດຫນ້າທີ່ດຳເນີນການຈັດສັນຄື່ນຄວາມຖີ່ແລະກຳກັບການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະໂທລະຄົມມະນາຄົມໃຫ້ເກີດປະໂຫຍດສູງສຸດແກ່ປະຊາຊົນ ໂດຍມີສຳນັກງານ ກສທຊ.ເປັນຫນ່ວຍງານທຸລາການ ຊື່ງໄດ້ຮັບໂອນບັນດາກິດຈະການ ຊັບສິນ ສິດ ຫນ້າທີ່ ຫນີ້ ພະນັກງານແລະລູກຈ້າງແລະເງີນງົບປະມານມາຈາກສຳນັກງານ ກສທຊ.ຕັ້ງແຕ່ວັນທີ 20 ທັນວາ ປີ ຄ.ສ.2010 ເປັນຕົ້ນມາແລະໃນລະຫວ່າງທີ່ການແຕ່ງຕັ້ງ ກສທຊ.ຍັງບໍ່ແລ້ວ ກົດຫມາຍກຳຫນົດໃຫ້ຄະນະກຳມະການກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫລື ກທຊ.ປະຕິບັດຫນ້າທີ່ໃນຖານະ ກສທຊ.ໃປພາງໆກ່ອນຕາມບົດສະເພາະການ

ແນວໃດກໍ່ຕາມເມື່ອວັນທີ 7 ຕຸລາ ປີ . 2011 ທີ່ຜ່ານມາປະເທດໄທກໍ່ໄດ້ມີ ຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫລື ກສທຊ.ຈຳນວນ 11 ທ່ານອັບປະກອບດ້ວຍຜູ້ຊ່ຽວຊານຈາກສາຂາຕ່າງໆທີ່ຜ່ານການສັນຫາແລະຄັດເລືອກມາຢ່າງເຂັ້ມຂົ້ນ ກ່ອນ ທີ່ວຸດທິສະພາຈະມີມະຕິເລືອກພາຍໃນກອບເວລາທີ່ກົດຫມາຍກຳຫນົດ ຈົນໄດ້ຮັບພະບາລົມມາລາດຊະອົງການໂປດເກົ້າ ແຕ່ງຕັ້ງໃຫ້ເຂົ້າມາດຳລົງຕຳແຫນ່ງ ກສທຊ.ເພື່ອມີອຳນາດໃນການກຳກັບເບິ່ງແຍງກິດຈະການສື່ສານຂອງປະເທດຢ່າງເຕັມຮູບແບບໄດ້ໃນທີ່ສຸດ

ແລະເພື່ອໃຫ້ເກີດຄວາມຄ່ອງຕົວໃນການປະຕິບັດພາລະກິດ ກົດຫມາຍກຳຫນົດໃຫ້ມີຄະນະກຳມະການຍ່ອຍ 2 ຄະນະປະຕິບັດການ ແທນ ກສທຊ.ໃນດ້ານທີ່ກ່ຽວຂ້ອງ ກ່າວຄື”ຄະນະກຳມະການກິດຈະການກະຈາຍສຽງແລະກິດຈະການໂທລະທັດຫລື ກສທ.”

 

ປະຕິບັດການແທນໃນສ່ວນພາລະກິດກ່ຽວກັບການກຳກັບເບິ່ງແຍງກິດຈະການກະຈາຍສຽງແລະກິດຈະການໂທລະທັດແລະ
ຄະນະກຳມະການກິດຈະການໂທລະຄົມມະນາຄົມຫລື ກທຄ.”ປະຕິບັດການແທນໃນສ່ວນພາລະກິດກ່ຽວກັບການກຳກັບເບິ່ງແຍງກິດຈະການໂທລະຄົມມະນາຄົມແລະເນື່ອງຈາກທັງ ກສທ.ແລະກທຄ.ເປັນຄະນະກຳມະການຍ່ອຍໃນບອດ ກສທຊ.ການກຳຫນົົດນະໂຍບາຍແລະຕັດສິນໃຈໃນເລື່ອງສຳຄັນໆຍັງຕ້ອງເປັນການຕັດສິນໃຈ ຮ່ວມກັນຂອງບອດທັງ 11 ຄົນ ແລະໃຊ້ບຸກຄະລາກອນຂອງສຳນັກງານ ກສທຊ.ຊື່ງມີເລຂາທິການ ກສທຊ.ເປັນຜູ້ເບິ່ງແຍງ ໃນການສະຫນັບສະຫນຸນການຂັບເຄື່ອນພາລະກິດ

ດັ່ງນັ້ນ ຈື່ງສາມາດກ່າວໄດ້ວ່າ ໃນມື້ນີ້ຄື່ນຄວາມຖີ່ແລະການປະກອບກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມຂອງປະເທດໄທ ໄດ້ເຂົ້າສູ່ລະບົບການກຳກັບເບິ່ງແຍງໂດຍ ກສທຊ.ອັນຈະນຳມາຊື່ງປະໂຫຍດສູງສຸດແກ່ປະຊາຊົນແລະກໍ່ໃຫ້ເກີດການແຂ່ງຂັນໂດຍເສລີແລະຢ່າງເປັນທຳ

ລັດຖະທຳມະນູນແຫ່ງລາດຊະອານາຈັກໄທ ປີ . 2007
ພ.
..ອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມະນາຄົມ ປີ . 2010

Download

ສ້າງຕັ້ງຂື້ນໂດຍ  -   (17/1/2017 10:14:37)