ກສທຊ.ຄົບຮອບ 5 ປີ ມຸ້ງຫມັ້ນດຳເນີນການຕາມພາລະກິດຈັດສັນແລະບໍລິຫານຄື່ນຄວາມຖີ່ ດຳເນີນການປປະເທດໄປສູ່ການສື່ສານໃນລະບົບດິຈິຕໍ ປ່ຽນຜ່ານໄປສູ່ໂທລະສັບພາກພື້ນດິນໃນລະບົບດິຈິຕໍ ຄຸ້ມຄອງຜູ້ບໍລິໂພກໃນກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ

ພົນອາກາດເອກ ທະເຣດ ປຸນສີ ປະທານກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ປະທານ ກສທຊ.)ກ່າວວ່າ ໃນວັນທີ 7 ຕຸລາ 2016 ນີ້ເປັນວັນຄົບຮອບ 5 ປີ ທີ່ຄະນະກຳມະການ ກສທຊ.ຈຳນວນ 11 ຄົນໄດ້ຮັບພະບາຣາດຊະໂອງການໂປດເກົ້າແຕ່ງຕັ້ງໃຫ້ດຳລົງຕຳແຫນ່ງ ກສທຊ.ໂດຍມີອຳນາດຫນ້າທີ່ໃນການກຳກັບເບິ່ງແຍງກິດຈະການສື່ສານຂອງປະທດ ເນື່ອງຈາກ ກສທຊ.ເປັນອົງກອນກິສະຫລະທີ່ຈັດຕັ້ງຂ້ືນຕາມພະຣາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບເບິ່ງແຍງການປະກອບກິດຈະການກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມະນາຄົມ ປິ 2010ອັນເປັນກົດຫມາຍທີ່ຕາຂື້ນໃຫ້ເປັນໄປຕາມມາດຕາ47ຂອງລັດຖະທຳມະນູນແຫ່ງລາດຊະອານາຈັກໄທ ປີ 2007 ທີ່ບັນຍັດໄວ້ວ່າ”ຄື່ນຄວາມຖີ່ ທີ່ໃຊ້ໃນການສົ່ງວິທະຍຸກະຈາຍສຽງວິທະຍຸໂທລະທັດແລະໂທລະຄົມມະນາຄົມເປັນຊັບພະຍາກອນສື່ສານຂອງຊາດເພື່ອປະໂຫຍດຂອງສາທາລະນະ ໃຫ້ມີອົງການຂອງລັດທີ່ເປັນອິສະຫລະອົງກອນຫນື່ງເຮັດຫນ້າທີ່ຈັດສັນຄື່ນຄວາມຖີ່ຕາມວັກຫນື່ງ ແລະກຳກັບເບິ່ງການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມະນາຄົມ ທັງນີ້ຕາມທີ່ກົດຫມາຍບັນຍັດ

ໂດຍຕະຫລາອດໄລຍະເວລາ 5 ປີທີ່ຜ່ານມາ ກສທຊ.ໄດ້ປະຕິບັດຫນ້າທີ່ພາຍໃຕ້ອຳນາດຫນ້າທີ່ຕາມຂໍ້ກຳຫນົດທາງກົດຫມາຍແລະແຜນແມ່ບົດບໍລິຫານຄື່ນຄວາມຖີ່ພ້ອມຕາຕະລາງກຳຫນົດຄື່ນຄວາມຖີ່ແຫ່ງຊາດ ແຜນແມ່ບົດກິດຈະການກະຈາຍສຽງແລະກິດຈະການໂທລະທັດ(ປີ2012-1016)ແລະແຜນແມ່ບົດກິດຈະການໂທລະຄົມມະນາຄົມ(ປີ2012-1016)ດຳເນີນການຄຸ້ມຄອງຜູ້ໃຊ້ບໍລິການໂທລະສັບຄື່ນທີ່ກໍລະນີການສິ້ນສຸດສັນຍາສຳປະທານໂທລະສັບເຄື່ອນທີ່ຄື່ນຖີ່1800 ແມັກກະເຮັດແລະ 900ແມັກກະເຮີດໃຫ້ໄດ້ໃຊ້ບໍລິການໄດ້ຢ່າງຕໍ່ເນື່ອງ ຂະນະດຽວກັນໄດ້ດຳເນີນການຕາມກອບໄລຍະເວລາການປ່ຽນແປງຜ່ານຈາກໂທລະທັດພາກພື້ນດິນໃນລະບົບແອນນະລ໊ອກໄປສູ່ໂທລະທັດລະບົບດິຈິຕໍຂອງປະເທດໄທ ດຳເນີນການຈັດປະມູນຄື່ນຄວາມຖີ່1800 ແມັກກະເຮີດແລະ 900ແມັກກະເຮີດ ເພື່ອໃຫ້ບໍລິການ 4G

ນອກຈາກນັ້ນ ໃນສ່ວນຂອງການຄຸ້ມຄອງຜູ້ບໍລິໂພກ ໄດ້ມີການຕັ້ງສູນກວດສອບເນື້ອໃນວິທະຍຸແລະໂທລະທັດທີ່ຜິດກົດຫມາຍສຳນັກງານ ກສທຊ.ຂື້ນເພື່ອກວດສອບເນື້ອຫາທີ່ຈະເປັນອັນຕະລາຍຕໍ່ຜູ້ບໍລິໂພກແລະໄດ້ເບິ່ງແຍງໃນສ່ວນຂອງລາຍການທີ່ມີບັນຫາເລື່ອງຄວາມເຫມາະສົມຂອງລາຍການ ໄດ້ກຳຫນົດເນື້ອຫາລາຍການທີ່ຄົນໄທຄວນຕ້ອງເບິ່ງຜ່ານຊ່ອງລາຍການຟຣີທີວີ Must Carry ແລະ Must Haveເພື່ອໃຫ້ປະຊາຊົນຄົນໄທມີໂອກາດໄດ້ເຂົ້າຖືງຂໍ້ມູນຂ່າວສານທີ່ມີປະໂຫຍດໃນດ້ານກິດຈະການໂທລະຄົມມະນາຄົມມີການເບິ່ງແຍງກວດສອບຄຸນນະພາບສັນຍານໃຫ້ບໍລິການໂທລະສັບເຄື່ນທີ່ແລະອັດຕາຄ່າບໍລິການໂທລະສັບເຄື່ອນທີ່ໃນລະບົບ2.1 GHz 1800 MHz ແລະ900 MHzຕາມທີ່ ກສທຊ.ກຳຫນົດອັດຕາຄ່າບໍລິການໂທລະສັບເຄື່ອນທີ່ ໂດຍກຳຫນົດອັດຕາຄ່າບໍລິການໂທລະສັບເຄື່ອນທີ່ບົນຄື່ນຄວາມຖີ່ຍ່ານ2.1 GHz ໂດຍອັດຕາຄ່າບໍລິການປະເພດສຽງຕ້ອງບໍ່ເກີນ0.82 ບາດ/ນາທີ ອັດຕາຄ່າບໍລິການປະເພດຂໍ້ມູນ (Data) ຕ້ອງບໍ່ເກີນ 0.28 ບາດMB SMS ຕ້ອງບໍ່ເກີນ 1.33ບາດ/ຂໍ້ຄວາມ MMS ຕ້ອງບໍ່ເກີນ 3.32 ບາດ/ຂໍ້ຄວາມໃນສ່ວນຂອງຄື່ນຄວາມຖີ່ຍ່ານ1800 MHz ແລະ900 MHz ອັດຕາຄ່າບໍລິການປະເພດສຽງຕ້ອງຕ່ຳກວ່າ0.69 ບາດ/ນາທີ ອັດຕາຄ່າບໍລິການປະເພດຂໍ້ມູນ (Data) ຕ້ອງຕ່ຳ

ກວ່າ0.26 ບາດ/MB SMS ຕ້ອງຕ່ຳກວ່າ1.15ບາດ/ຂໍ້ຄວາມ MMS ຕ້ອງຕ່ຳກວ່າ 3.11 ບາດ/ຂໍ້ຄວາມ ລວມຖືງການຄຸ້ມຄອງຜູ້ບໍລິໂພກກໍລະນີເກີດບັນຫາ ອາທິເຊັ່ນ:ກໍລະນີບິນຊ໊ອກ ໂອນຍ້າຍຄ້າຍບໍ່ໄດ້ ສັນຍານໂທລະສັບຫລຸດເປັນຕົ້ນ
ໃນອານາຄົດ ກສທຊ.ຈະດຳເນີນການສານຕໍ່ພາລະກິດເພື່ອໃຫ້ບັນລຸຜົນຂອງການຈັດຕັ້ງອົງກອນອິສະຫລະ ນັ້ນຄືການປະຕິບັດຕາມເຈດຈຳນົງຂອງກົດຫມາຍໃນການຈັດຕັ້ງອົງກອນ ຈັດສັນຄື່ນຄວາມຖີ່ໃຫ້ເກີດປະໂຫຍດສູງສຸດຕໍ່ລັດ ປະເທດຊາດ ປະຊາຊົນ ທັງໃນສ່ວນກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ ຢ່າງມີປະສິດທິພາບຍິ່ງຂື້ນ

ທ່ານຖາກອນ ຕັນສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ກ່າວວ່າ ໃນວັນສະຖາປານາ ກສທຊ.ນີ້ໃນ່ວນພິທີການ ສຳນັກງານ ກສທຊ.ໄດ້ຈັດພິທີຖະຫວາຍຣາດສັກກາລະແລະບວງສວງພະບາຣົມຊານຸສາວະລີ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ພະຮູບຈອມພົນ ສົມເດັດພະຣາດປິຕຸລາ ບະຣົມພົງສາພິມຸກ ເຈົ້າຟ້າພານຸຣັງສີສະຫວ່າງວົງ ກົມພະຍາພານຸພັນທຸວົງວະເດດ ແລະພົນເອກ ພະເຈົ້າບະຣົມວົງເທີ ກົມພະກຳແພງເພດອັກສອນ ໂຍທິນແລະສັກກາລະສານພະພູມໄຊຍະມົງຄົນ ໂດຍມີ ກສທຊ.ແລະຄະນະຜູ້ບໍລິຫານສຳນັກງານ ກສທຊ.ພ້ອມດ້ວຍພະນັກງານ ລູກຈ້າງ ຮ່ວມປະກອບພິທີ

ຈາກນັ້ນໄດ້ຈັດເຮັດບຳເພັນກຸສົນທັກສິນານຸປະທານ ອຸທິດຖະຫວາຍພະຣາດກຸສົນແລະພະກຸສົນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ຈອມພົນສົມເດັດພະຣາດປິຕຸລາ ບະຣົມພົງສາພິມຸກ ເຈົ້າຟ້າພານຸຣັງສີສະຫວ່າງວົງ ກົມພະພານຸພັນທຸວົງວໍລະເດດ ແລະພົນເອກພະເຈົ້າບະຣົມມະວົງເທີ ກົມພະກຳແພງເພດອັກຄະລະໂຍທິນແລະອຸທິດກຸສົນແດ່ບັນພະຊົນດ້ານວິທະຍຸແລະການສື່ສານໂທລະຄົມມະນາຄົມໂດຍຈະເສັດພິທີການທັງຫມົດຈະເປັນໄປຢ່າງລຽບງ່າຍແລະແລ້ວໃນເວລາຄິ່ງມື້

ສ້າງຕັ້ງຂື້ນໂດຍ  -   (24/5/2017 15:51:43)

Download

Page views: 490