ການສ້າງຄວາມເຊື່ອຫມັ້ນໃນການໃຊ້ບໍລິການທຸລະກຳທາງການເງີນຜ່ານອຸປະກອນໂທລະສັບເຄື່ອນທີ່

ຕາມທີ່ ທະນາຄາານແຫ່ງປະເທດໄທ(ທປທ)ແລະສຳນັກງານຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ສຳນັກງານ ກສທຊ.)ໄດ້ລົງນາມບັນທືກຂໍ້ຕົກລົງຄວາມຮ່ວມມືໃນການກຳກັບເບິ່ງແຍງບໍລິການຊຳລະເງີນຜ່ານໂທລະສັບເຄື່ອນທີ່ ເມື່ອວັນທີ 17 ມິຖຸນາ 2016 ທີ່ຜ່ານມາທັງສອງອົງກອນໄດ້ປະສານຄວາມຮ່ວມມືໃນການຍົກລະດັບການກຳກັບເບິ່ງແຍງດ້ານຄວາມປອດໄພຂອງບໍລິການຊຳລະເງີນໂທລະສັບເຄື່ອນທີ່ ໂດຍໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກສະມາຄົມໂທລະຄົມມະນາຄົົມແຫ່ງປະເທດໄທ ໃນພຣະບະຣົມຣາຊູປະຖຳແລະສະມຄົມທະນາຄານໄທ ເພື່ອໃຫ້ເກີດຄວາມເຊື່ອຫມັ້ນໃນການໃຊ້ບໍລິການໂມບາຍແບງກິ້ງ ລວມຖືງບໍລິການພ້ອມເພທີ່ຈະເປີດໃຫ້ບໍລິການໃນໄຕມາດ 1 ປີ 2017

ມື້ນີ້ ດຣ.ວິຣະໄທ ສັນຕິປະພົບ ຜູ້ວ່າການທະນາຄານແຫ່ງປະເທດໄທ ທ່ານ ຖາກອນ ຕັນທະສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ເລຂາທິການ ກສທຊ.)ໄດ້ມີການປະຊຸມຮ່ວມກັນ ໂດຍມີຂໍ້ສະຫລຸບຄວາມຄືຫນ້າການດຳເນີນການໃນເລື່ອງດັ່ງກ່າວດັ່ງນີ້

1. ສຳນັກງານ ກສທຊ.ຈະມີຫນັງສືກຳຊັບໃຫ້ຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ດຳເນີນການໂອນຍ້າຍເລກຫມາຍໃຫ້ເປັນໄປຕາມກົດຫມາຍແລະປະກາດ ກສທຊ.ຢ່າງເຄັ່ງຄັດ ໂດຍໃນການຂໍອອກຊິມກ໊າດໃຫມ່ ການຂໍປ່ຽນແປງເຈົ້າຂອງຊິມກ໊າດ ການຂໍປ່ຽນແປງຂໍ້ມູນສ່ວນບຸກຄົນຕ່າງໆນັ້ນຜູ້ໃຊ້ບໍລິການຈະຕ້ອງນຳບັດປະຊາຊົນຕົວຈິງມາໃຊ້ໃນການຕິດຕໍ່ເພື່ອຂໍປ່ຽນແປງຫລືໂອນຍ້າຍເລກຫມາຍເທົ່ານັ້ນ ສຳຫລັບກໍລະນີການມອບອຳນາດໃຫ້ຜູ້ອື່ນດຳເນີນການແທນກໍ່ຈະຕ້ອງໃຊ້ບັດປະຊາຊົນຕົວຈິງຂອງຜູ້ມອບແລະຜູ້ຮັບມອບດ້ວຍ ໂດຍສຳນັກງານ ກສທຊ.ໄດ້ມີການຈັດເຮັດມາດຕະຖານຂະບວນການພິສູດຕົວຕົນເພື່ອຮອງຮັບການກວດສອບບັດປະຊາຊົນດັ່ງກ່າວແລ້ວ ເພື່ອສ້າງຄວາມປອດໄພແລະຄວາມຫມັ້ນໃຈໃນການໃຊ້ບໍລິການທຸລະກຳທາງການເງີນແລະປ້ອງກັນການໂອນຍ້າຍເລກຫມາຍທີ່ບໍ່ຖືກຕ້ອງ

ອີກຫນື່ງໃນກໍລະນີທີ່ຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ຝ່າຝືນກົດຫມາຍຫລືປະກາດ ກສທຊ.ໂດຍບໍ່ດຳເນີນການໂອນຍ້າຍຫລືປ່ຽນແປງເລກຫມາຍໃຫ້ຖືກຕ້ອງ ນອກຈາກຈະໄດ້ຮັບໂທດຕາມປະກາດ ກສທຊ.ແລ້ວຍັງຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍຕ່າງໆທີ່ເກີດຂື້ນຈາກການໂອນຍ້າຍຫລືປ່ຽນແປງເລກຫມາຍທີ່ບໍ່ຖືກຕ້ອງດັ່ງກ່າວດ້ວຍ

2. ສຳນັກງານ ກສທຊ.ແລະທປທ.ຕົກລົງຮ່ວມກັນເພື່ອເບິ່ງແຍງໃຫ້ເກີດຄວາມປອດໄພແລະສ້າງຄວາມເຊື່ອມຫມັ້ນໃຫ້ແກ່ຜູ້ໃຊ້ບໍລິການໂມບາຍແບງກິ້ງແລະພ້ອມເພວ່າຈະໄດ້ຮັບການເບິ່ງແຍງການໃຫ້ບໍລິການທາງການເງີນຜ່ານອຸປະກອນໂທລະສັບເຄື່ອນທີ່ຢ່າງລັດກຸມ ໂດຍຈະແຈ້ງໃຫ້ສະຖາບັນການເງີນສົ່ງຂໍ້ມູນສະເພາະເລກຫມາຍໂທລະສັບເຄື່ອນທີ່ເທົ່ານັ້ນ(ບໍ່ປາກົດຊື່ຂອງຜູ້ໃຊ້ບໍລິການໃນລະບົບດັ່ງກ່າວ)ຊື່ງເປັນຂໍ້ມູນທີ່ໄດ້ຮັບຄວາມຍິນຍອມຈາກຜູ້ໃຊ້ບໍລິການແລ້ວໃຫ້ກັບຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ເບິ່ງແຍງຄວາມປອດໄພ ສຳຫລັບຜູ້ທີ່ປະສົງຈະປ່ຽນແປງເລກຫມາຍໂທລະສັບເຄື່ອນທີ່ ມີກົນໄກການເບິ່ງແຍງທີ່ລັດກຸມຕາມຂໍ້1ແລະມີກົນໄກທີ່ບໍລິສັດຜູ້ໃຫ້ບໍລິການໂທລະສັບເຄື່ອນທີແຈ້ງການປ່ຽນແປງຂໍ້ມູນໄປຍັງສະຖາບັນການເງີນໃຫ້ຮັບຮູ້ແລະປັບປຸງຂໍ້ມູນໃຫ້ເປັນປະຈຸບັນ ໂດຍຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ຈະຂໍຄຳຍິນຍອມຈາກເຈົ້າຂອງຫມາຍເລກໂທລະສັບເຄື່ອນທີ່ທີ່ໃນການນຳສົ່ງການປ່ຽນແປງຂໍ້ມູນດັ່ງກ່າວໃຫ້ສະຖາບັນການເງີນ ແລະຫາກເຈົ້າຂອງຫມາຍເລກໂທລະສັບເຄື່ອນທີ່ມີຄວາມປະສົງຜູກຫມາຍເລກໂທລະສັບໃຫມ່ກັບບໍລິການພ້ອມເພສາມາດຳເນີນການໄດ້ທີ່ສະຖາບັນການເງີນ

ທັງນີ້ກົນໄກການແລກປ່ຽນຂໍ້ມູນລະຫວ່າງສະຖາບັນການເງີນແລະຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ຈະແລ້ວສົມບູນພາຍໃນໄຕມາດທີ1ປີ2017

ທປທາ.ແລະສຳນັກງານ ກສທຊ.ຕົກລົງຮ່ວມກັນວ່າ ເພື່ອເປັນການອຳນວຍຄວາມສະດວກໃນການຂໍຮັບຄືນເງີນຄ່າບໍລິການໂທລະສັບເຄື່ອນທີ່ແບບເຕີມເງີນກໍລະນີຍົກເລິກການໃຊ້ບໍລິການ ຊື່ງຈາກເດີມທີ່ຜູ້ໃຊ້ບໍລິການໂທລະສັບເຄື່ອນທີ່ຈະຕ້ອງດຳເນີນການຜ່ານການໂອນບັນຊີທະນາຄານ ຄືນເປັນເຊັກ ຫລືໂອນໄປຍັງຫມາຍເລກໂທລະສັບເຄື່ອນທີ່ອື່ນນັ້ນ ຂະນະນີ້ກໍ່ຈະສາມາດຂໍຮັບເງີນຄືນຜ່ານE-wallet ຫລືບໍລິການພ້ອມເພໄດ້

ສ້າງຕັ້ງຂື້ນໂດຍ  -   (24/5/2017 13:11:31)

Download

Page views: 522