ການສົ່ງເສີມການຮວມກຸ່ມໄປສູ່ຄວາມເປັນອົງກອນຂອງຜູ້ຮັບໃບອານຸຍາດຜູ້ຜະລິດລາຍການແລະຜູ້ປະກອບວິຊາຊີບສື່ມວນຊົນ

ວັນທີ28-29 ກໍລະກົດ 2015 ສຳນັກງານ ກສທຊ.ຈັດອົບຮົມໃນຫົວຂໍ້”ການສົ່ງເສີມການຮວມກຸ່ມໄປສູ່ຄວາມເປັນອົງກອນຂອງຜູ້ຮັບໃບອານຸຍາດ ຜູ້ຜະລິດລາຍການແລະຜູ້ປະກອບວິຊາຊີບສື່ສານມວນຊົນ”ເພື່ອໃຫ້ກຸ່ມຂອງຜູ້ຮັບໃບອານຸຍາດ ຜູ້ຜະລິດລາຍການແລະຜູ້ປະກອບວິຊາຊີບສື່ສານມວນຊົນທີ່ກ່ຽວກັບກິດຈະການກະຈາຍສຽງແລະກິດຈະການໂທລະທັດໄດ້ຮັບຄວາມຮູ້ຄວາມເຂົ້າໃຈຖືງປະໂຫຍດວິທີການ ແນວທາງການລວມກຸ່ມແລະແລກປ່ຽນປະສົບການໃນການແກ້ໄຂບັນຫາເພື່ອນຳໄປສູ່ການກຳກັບເບິ່ງແຍງກັນເອງໄດ້ໃນທີ່ສຸດ ໂດຍມີ ກສທຊ.ດຣ.ທະວັດໄຊ ຈິດພາສະນັນ ເປັນປະທານເປີດງານ ຫ້ອງແຊບໄຟ ຊັ້ນ2 ໂຮງແຮມເຊັນຈູຣີ່ ພາກ

ກຸງເທບມະຫານະຄອນ ການຈັດອົບຮົມໃນຄັ້ງນີ້ໄດ້ຮັບກຽດຈາກທ່ານຈະເລີນ ຖີ່ນເກາະແກ້ວ ນາຍຍົກສະມາຄົມຜູ້ປະກອບວິຊາຊີບວິທະຍຸທ້ອງຖິ່ນໄທ ດຣ.ທິຣາລັດ ພັນທະວີ ນາຍຍົກສະມາຄົມວິທະຍຸແລະສື່ເພື່ອເດັກນ້ອຍແລະເຍົາວະຊົນ ມາບັນຍາຍແລະແລກປ່ຽນປະສົບການກ່ຽວກັບການສ້າງຄວາມເຂັ້ມແຂງຂອງກຸ່ມ ສຳຫລັບວັນທີ 2 ຈະມີການເສວະນາ ໂດຍໄດ້ຮັບກຽດຈາກທ່ານວິຊານ ອຸ່ນອົກ ເລຂາທິການສະຫະພັນວະທິຍຸຊຸມຊົນແຫ່ງຊາດ ທ່ານຈັກກິດ ເພີ່ມພູນ ກຳມະການຄວບຄຸມຈາຣິຍະທຳ ສາມາຄົມຂ່າວນັກຫນັງສືພິມແຫ່ງປະເທດໄທ ທ່ານວິສຸດ ຄົມວັດຊະພົງ ອາດີດນາຍຍົກສະມາຄົມນັກຂ່າວວິທະຍຸແລະໂທລະທັດໄທ ດຳເນີນລາຍການໂດຍ ດຣ.ມານະ ຕຣີຍາພິວັດ ອາຈານຈາກຄະນະນິເທດສາດ ມະຫາວິທະຍາໄລຫໍການຄ້າໄທ ໂດຍມີຜູ້ນຳກຸ່ມຕ່າງໆທົ່ວປະເທດ ສົນໃຈເຂົ້າຮ່ວມໂຄງການດັ່ງກ່າວກວ່າ 100ຄົນ

Download

ສ້າງຕັ້ງຂື້ນໂດຍ  -   (24/5/2017 19:55:20)

Download

Page views: 375