ຄົບຮອບ 1ປີ ກສທຊ.ປະມູນ4Gສົ່ງຜົນຕໍ່ເສດຖະກິດທາງຕົງກວ່າ3ແສນລ້ານບາດ ມີຜູ້ໃຊ້ບໍລິການ4Gກວ່າ22ລ້ານລາຍແລະມີຜູ້ໃຊ້ງານ MOBILE BROADBANDເກືອບ62ລ້ານ ຄວາມໄວສະເລ່ຍສູງສຸດໃນການໃຫ້ບໍລິການຢູ່ທີ25MBPSສູງກວ່າຄ່າສະເລ່ຍຂອງໂລກ

ນັບຕັ້ງແຕ່ 10ໂມງເຊົ້າຂອງວັນທີ 11 ພະຈິກ 2015  ສຳນັກງານຄະນະກຳມະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ກສທຊ.)ໄດ້ຈັດການປະມູນຄື່ນຍ່ານຄວາມຖີ່1800 MHz ຈຳນວນ 60 MHz (2x15MHz ຈຳນວນ 2 ຊຸດ) ຊື່ງໃຊ້ເວລາໃນການປະມູນຂ້າມມື້ຊື່ງແລ້ວເສດໃນເວລາ19.25ນ.ໃນມື້ຖັດມາ ຍິ່ງໄປກວ່ານັ້ນການປະມູນຄື່ນຍ່ານຄວາມຖີ່900 MHz ຈຳນວນ 40 MHz (2x10MHz ຈຳນວນ 2 ຊຸດ) ໃຊ້ເວລາທີ່ຍາວນານຕັ້ງແຕ່ວັນທີ15 ຖືງ 19 ທັນວາ 2015 ແລະຍັງມີການປະມູນຕໍ່ເປັນຮອບທີ 2 ໃນວັນທີ 27 ພືດສະພາ 2016 ຈາກມື້ນັ້ນ ຈົນກະທັ້ງມື້ນີ້ເປັນເວລາເກືອບ1ປີທີ່ຄື່ນຄວາມຖີ່ທັງ2 ຍ່າຍພາຍຫລັງການປະມູນໄດ້ຖືກນຳໄປໃຊ້ພັດທະນາປະເທດທັງທາງດ້ານເສດຖະກິດແລະສັງຄົມຫລງງຫລາຍ ນັບຕັ້ງແຕ່ເງີນປະມູນທີ່ມີມູນຄ່າສູງຖືງ 232,730 ລ້ານບາດໃຫ້ກັບພາກລັດພາຍໃນໄລຍະເວລາ 4 ປີ ຄືຕັ້ງແຕ່ຊ່ວງປີ 2016-2020 ໂດຍທີ່ຜ່ານມາຜູ້ປະກອບການໂທລະສັບເຄື່ອນທີ່ໄດ້ຊຳລະໄປແລ້ວໃນຊ່ວງປີທຳອິດລວມປະມານ58,830 ລ້ານບາດ ຊື່ງພາກລັດສາມາດນຳເງີນໄປພັດທະນາປະເທດໃນ

ດ້ານຕ່າງໆ ລວມໄປຖືງການຂະຫຍາຍໂຄງຂ່າຍຂອງຜູ້ປະກອບການໂທລະສັບເຄື່ອນທີ່ຊື່ງບໍ່ໄດ້ຈຳກັດສະເພາະຜູ້ຊະນະການປະມູນ ຜູ້ທີ່ບໍ່ໄດ້ຮັບການຈັດສັນ ຄື່ນຄວາມຖີ່ກໍ່ມີແຮງກົດກັນທາງການແຂ່ງຂັນໃຫ້ມີການລົງທືນແລະຂະຫຍາຍໂຄງຂ່າຍຕາມໄປດ້ວຍ

ໃນການດ້ານການລົງທືນຂອງຜູ້ປະກອບການໃນຊ່ວງໄລຍະ 1 ປີທີ່ຜ່ານມາຕັ້ງແຕ່ໄຕມາດ3ຂອງປີ 2015 ທີ່ຜ່ານມາ ຈົນກະທັ້ງໄຕມາດ2ຂອງປີນີ້ ການລົງທືນໃນສິນຊັບລວມຂອງຜູ້ປະກອບການໂທລະສັບເຄື່ອນທີ່ລາຍຫລັກທັງ3ລາຍເພີ່ມຂື້ນປະມານ100,264ລ້ານບາດ ໂດຍການລົງທືນທີ່ເພີ່ມຂື້ນນັ້ນນັບຕັ້ງແຕ່ຕົ້ນປີ 2015ຈົນຖືງໄຕມາດທີ2ປີ 2016 ຊື່ງນອກຈາກການລົງທືນຂອງຜູ້ປະກອບການທີ່ເພີ່ມຂື້ນຈາກມີໄນສຳຄັນແລ້ວ ຈຳນວນຜູ້ໃຫ້ບໍລິການອິນເຕີເນັດເຄື່ອນທີ່ ກໍ່ເພີ່ມສູງຂື້ນເຊັ່ນກັນ

 

ສ້າງຕັ້ງຂື້ນໂດຍ  -   (24/5/2017 15:30:48)

Download

Page views: 473