ພົນເອກຊູຊາດ ພົມພະສິດ
ພົນເອກຊູຊາດ ພົມພະສິດ
ປະທານກຳມະການກິດຈະການໂທລະຄົມມະນາຄົມແຫ່ງຊາດ
ການສືກສາ
- ໂຮງຮຽນສຸລາດທານີ (ປີ 1952-1957)
- ໂຮງຮຽນກຽມທະຫານ(ປີ 1958-1960)
- ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ (ປີ 1960-1966)
- ໂຮງຮຽນເສນາທິການທະຫານບົກ ຫລັກສູດຫລັກປະຈຳ ຊຸດທີ 53 (ປີ 1973-1974)
- ວິທະຍາໄລປ້ອງກັນຣາດຊະອານາຈັກລຸ້ນທີ 37 (ປີ 1994-1995)
- ນິຕິສາດບັນດິດມະຫາວິທະຍາໄລສຸໂຂໄທທຳມາທິລາດ (ປີ 1987)
- ໂຮງຮຽນທະຫານສື່ສານສະຫະລັດອາເມລິກາ ຫລັກສູດນາຍທະຫານສື່ສານຊັ້ນນາຍພັນ (ປີ 1971-1972)
ປະຫວັດການເຮັດວຽກ
ຕຳແຫນ່ງຮັບຣາດຊະການ
- ຜູ້ບັງຄັບກອງພັນທະຫານສື່ສານ ກອງພົນທີ 1 ຣັກສາພະອົງ (ປີ 1979)
- ຝ່າຍເສນາທິການປະຈຳຜູ້ບັງຄັບບັນຊາ (ປີ 1982)
- ຜູ້ອຳນວຍການກອງກຳລັງພົນທະຫານບົກ (ປີ 1989)
- ຜູ້ຊ່ວຍເຈົ້າກົມສານບັນທະຫານ ກອງບັນຊາການທະຫານສູງສຸດ(ປີ 1991)
- ຮອງເຈົ້າກົມສາລະບັນທະຫານ ກອງບັນຊາການທະຫານສູງສຸດ(ປີ 1995)
- ຫົວຫນ້າຝ່າຍເສນາທິການ ປະຈຳເສນາທິການທະຫານ(ປີ 1996)
- ເຈົ້າກົມການສື່ສານທະຫານ ກອງບັນຊາການທະຫານສູງສຸດ(ປີ 1998)
- ຫົວຫນ້າຝ່າຍເສນາທິການປະຈຳ ຜູ້ບັນຊາການທະຫານສູງສຸດ (ປີ 2000)
ຕຸລາການສານທະຫານ
- ຕຸລາການສານທະຫານກຸງເທບ(ປີ 1996)
- ຕຸລາການສານທະຫານກາງ (ປີ 1997)
- ຕຸລາການສານທະຫານສຸງສຸດ(ປີ 2001)
ກຳມະການລັດວິສາຫະກິດ
- ຮອງປະທານກຳມະການ ອົງການໂທລະສັບແຫ່ງປະເທດໄທ(ປີ 2001-2002)
- ຣາດຊະອົງຄະລັກແລະນາຍທະຫານພິເສດ
- ຣາດຊະອົງຄະລັກເວນ(ປີ 1991-2000)
- ນາຍທະຫານພິເສດປະຈຳກອງພັນທະຫານສື່ສານທີ 1 ຣັກສາພະອົງ(ປີ 1995)
- ນາຍທະານພິເສດປະຈຳກົມນັກຮຽນນາຍຮ້ອຍຣັັກສາພະອົງ ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ (ປີ 2000)
ຣາດຊະອົງຄະລັກພິເສດ (ປີ 2000)
- ນາຍທະຫານພິເສດ ປະຈຳກອງພັນທະຫານສື່ສານທີ 1 ຣັກສາພະອົງ (ປີ 1995)
- ນາຍທະຫານພິເສດປະຈຳກົມນັກຮຽນນາຍຮ້ອຍຣັກສາພະອົງໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ(ປີ 2000)
- ຣາດຊະອົງຄະລັກພິເສດ (ປີ 2000)
ເຄື່ອງຣາດສະອິສະຣິຍາພອນ
- ເບນຈະມາພອນຊ້າງເຜືອກ (ບ.ຊ) ປີ 1972
- ຈັດຕຸລະຖາພອນມົງກຸດໄທ (ຈ.ມ) ປີ 1974
- ຈັດຕຸລະຖາພອນຊ້າງເຜືອກ (ຈ.ຊ)ປີ 1977
- ຕຣິຕາພອນມົງກຸດໄທ (ຕ.ມ)ປີ 1980
- ຕຣິຕາພອນຊ້າງເຜືອກ (ຕ.ຊ)ປີ 1983
- ທະວີຕິຍາພອນຊ້າງເຜືອກ(ທ.ມ) ປີ 1985
- ທະວີຕິຍາພອນຊ້າງເຜືອກປີ (ທ.ຊ)1987
- ປະຖະມາພອນມົງກຸດໄທປີ(ປ.ມ) 1991
- ປະຖະມາພອນຊ້າງເຜືອກປີ(ປ.ຊ) 1994
- ມະຫາວັດຊິຣະມົງກຸດປີ(ມ.ວ.ມ) 1997
- ມະຫາປະຣະມາພອນຊ້າງເຜືອກປີ(ມ.ປ.ຊ.) 2000
ຫລຽນຣາດຊະອິຊະຣິຍາພອນ
- ຫລຽນໄຊສະຫມໍລະພູມ(ກໍລະນີຫວຽດນາມ)ປີ 1971
- ຫລຽນພິທັກເສລີຊົນ ຊັ້ນ 2 ປະເພດ ປີ 1978
- ຫລຽນຣາດຊະການຊາຍແດນປີ 1983
ຫລຽນຕຣາຕ່າງປະເທດ
- THE ARMY COMENDATION MEDAL, U.S.A.ປີ 1978
ວິໄສທັດ
ແນວຄິດທີ່ຈະສະເຫນີຕໍ່ໄປນີ້ເປັນແນວຄິດທີ່ສອດຄ່ອງກັບອຳນາດຫນ້າທີ່ຂອງ ກທຊ.ຊື່ງເປັນອົງການກິດຈະການໂທລະຄົມມະນາຄົມຕາມພະຣາດບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມນາຄົມ ປີ 2000 ຊື່ງໄດ້ກາໄວ້ໃນມາດຕາ 51 ໃນການບໍລິຫານກິດຈະການໂທລະຄົມມະນາຄົມ ຈະຕ້ອງຄອບຄຸມທຸກດ້ານ ຊື່ງແຜນນີ່້ຈະຕ້ອງປະກອບໄປດ້ວຍສາລະ ສຳຄັນ ດັ່ງຕໍ່ໄປນີ້
- ວັດຖຸປະສົງຂອງແຜນ ຕະຫລອດຈົນຫົວຂໍ້ກິດຈະການທີ່ສຳຄັນໆ ໃຫ້ຜູ້ທີ່ກ່ຽວຂ້ອງໄດ້ຮູ້ແລະນຳໄປປະຕິບັດເພື່ອໃຫ້ເກີດປະໂຫຍດສອດຄ່ອງກັບແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ
- ເພື່ອໃຫ້ມີການປະສານງານເຊີງບໍລິຫານ ເພື່ອນຳໄປສູ່ຄວາມສຳເລັດອັນດີຍິ່ງ ທັງໃນພາກເສດຖະກິດ ການເມືອງ ແລະຄວາມຫມັ້ນຄົງຂອງປະເທດ
- ເພື່ອສະເຫນີແນວຄວາມຄິດທີ່ຈະວາງຮາກຖານໃນການພັດທະນາກິດຈະການໂທລະຄົມມະນາຄົມແລະເຕັກໂນໂລຊີສາລະສົນເທດແລະຄອມພິວເຕີ້ໃຫ້ເປັນເສດຖະກິດຫລັກຂອງປະເທດ
ສຳລັບສາລະສຳຄັນອີກອັນຫນື່ງ ຄື ເປົ້າຫມາຍໃນການບໍລິຫານກິດຈະການໂທລະຄົມມະນາຄົມ
- ໃຫ້ມີປະລິມານບໍລິການໂທລະຄົມມະນາຄົມປະເພດຕ່າງໆ ທີ່ທັນສະໄຫມຕາມການພັດທະນາເຕັກໂນໂລຊີ ໂດຍສະເພາະຢ່າງຍິ່ງຈະເນັ້ນການກະຈາຍໃຫ້ທົ່ວຖືງທຸກພື້ນທີ່ໃນໄລຍະເວລາອັນວ່ອງໄວ ແລະສະດວກຕໍ່ຜູ້ໃຊ້ບໍລິການ
- ຄຸ້ມຄອງຜູ້ບໍລິໂພກໃຫ້ໄດ້ຮັບບໍລິການທີ່ມີຄຸນນະພາບສູງໃນລະດັບມາດຕະຖານສາກົນ ເຊື່ອມຕໍ່ປະສານກັນເປັນລະບົບດຽວກັນທົ່ວະເທດ
- ການຈັດເຮັດໂຄງສ້າງອັດຕາຄ່າບໍລິການໃຫ້ເຫມາະສົມແລະເປັນທຳ ທັງແກ່ຜູ້ໃຊ້ບໍລິການແລະຜູ້ໃຫ້ບໍລິການ ຕະຫລອດຈົນກຳຫນົດອັດຕາການເຊື່ອມຕໍ່ໂຄງຂ່າຍໂທລະຄົມມະນາຄົມລະຫວ່າງຜູ້ໃຊ້ບໍລິການ
- ການຈັດແຜນບໍລິຫານຄື່ນຄວາມຖີ່ຕາມຫລັກສາກົນ ເພື່ອໃຫ້ການໃຊ້ຄວາມຖີ່ມີປະໂຫຍດສູງສຸດຕໍ່ສ່ວນລວມ
- ຈັດເຮັດແຜນກຳຫນົດມາດຕະຖານແລະຄຸນນະພາບການສື່ສານໃຫ້ໄດ້ມາດຕະຖານສາກົນ ກັບທັງກຳຫນົດເລກຫມາຍໄລຍະຍາວຂອງປະເທດ ສະຫນັບສະຫນຸນແລະສົ່ງເສີມໃຫ້ມີການພັດທະນາບຸກຄະລາກອນ ທັງດ້ານເຕັກໂນໂລຊີສາລະສົນເທດແລະຄອມພິວເຕີ້ໃຫ້ມີປະລິມານແລະຄຸນນະພາບສູງພຽງພໍ
- ໃຫ້ມີການວິໄຈພັດທະນາເຕັກໂນໂລຊີໂທລະຄົມມະນາຄົມ ອຸດສາຫະກຳໂທລະຄົມມະນາຄົມແລະອຸດສາຫະກຳຕໍ່ເນື່ອງ
- ໃຫ້ມີການໃຊ້ຊັບພະຍາກອນເພື່ອການພັດທະນາກິດຈະການໂທລະຄົມມະນາຄົມຢ່າງມີປະສິດທິພາບແລະຫລີກລ່ຽງການລົງທືນທີ່ຊ້ຳຊ້ອນບໍ່ຈຳເປັນ
- ເປີດເສລີທຸລະກິດໂທລະຄົມມະນາຄົມ ແລະໃຫ້ມີການແຂ່ງຂັນຢ່າງເປັນທຳ
- ພັດທະນາກົດຫມາຍກ່ຽວກັບກິດຈະການໂທລະຄົມມະນາຄົມແລະເຕັກໂນໂລຊີສາລະສົນເທດໃຫ້ເອື້ອຍອຳນວຍຕໍ່ຜູ້ໃຫ້ບໍລິການທີ່ຈະສາມາດດຳເນີນທຸລະກິດໄດ້ຢ່າງມີປະສິດທິພາບ
- ເພີ່ມຄວາມສາມາດໃນການພັດທະນາກິດຈະການໂທລະຄົມມະນາຄົມຂອງປະເທດ ສຳລັບຂະບວການຂັ້ນຕອນການປະຕິບັດແລະການຕັດສິນແລະພິຈາລະນາ ກຳຫນົດ ເງື່ອນໄຂຕ່າງໆ ຂອງຄະນະກຳມະການກິດຈະການໂທລະຄົມມະນາຄົມແຫ່ງຊາດ
ສ້າງຕັ້ງຂື້ນໂດຍ - (12/7/2019 10:40:08)