Banner

ພົນອາກາດເອກ ທະເຣດ ປຸນນະສີ

ພົນອາກາດເອກ ທະເຣດ ປຸນນະສີ

ກຳມະການກິດຈະການກະຈາຍສຽງ ກິດຈະການ ໂທລະທັດ ແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ

NBTC

ປະຫວັດການສືກສາ 
  • ປະຖົມ-ມັດທະຍົມ ໂຮງຮຽນເຊນຄາບຽວ
  • ຫລັກສູດເສນາທິການ ໂຮງຮຽນເສນາທິການທະຫານບົກ
  • ກຽມອຸດົມ ໂຮງຮຽນກຽມທະຫານ ລຸ້ນທີ 6
  • ອຸດົມສືກສາ ໂຮງຮຽນນາຍເຮືອອາກາດ ລຸ້ນທີ 13 ວິທະຍາສາດບັນດິດ ສາຂາວິສະວະກຳອາກາດສະຍານ
  • ຫລັກສູດທະຫານໃນປະເທດ:
    • ໂຮງຮຽນນາຍທະຫານຊັ້ນຜູ້ບັງຄັບຝູງ ລຸ້ນທີ 39
    • ວິທະຍາໄລການທັບອາກາດ ລຸ້ນທີ 25
  • ຫລັກສູດທະຫານໃນຕ່າງປະເທດ:
    • ໂຮງຮຽນເສນາທິການທະຫານອາກາດອັງກິດ ລຸ້ນ 2525
  • ປະກາດຊະນິຍະບັດ:
    • ວິທະໄລປ້ອງກັນລາດຊະອານາຈັກ ລຸ້ນທີ 40
    • ຫລັກສູດການກຳກັບເບິ່ງແຍງກິດຈະການສຳຫລັບກຳມະການແລະຜູ້ບໍລິຫານລະດັບສູງຂອງລັດວິສາຫະກິດແລະອົງການມະຫາຊົນ ລຸ້ນທີ 3 ສະຖາບັນພັດທະນາກຳມະການແລະຜູ້ບໍລິຫານລະດັບສູງພາກລັດ(PDI)
    • ຫລັກສູດຜູ້ບໍລິການລະດັບສູງ ສະຖາບັນວິທະຍາການຕະຫລາດທືນ ລຸ້ນທີ 10ປີ 25553
ເຄື່ອງລາດອິສາຣິຍາພອນແລະຫລຽນຕາ
  • ມະຫາປໍລະມາພອນຊ້າງເຜືອກ ເມື່ອ 5 ທັນວາປີ 2003
  • ມະຫາວະຊິລະມົງກຸດເມື່ອ 5 ທັນວາປີ 2001
  • ປະຖະມາພອນຊ້າງເຜືອກເມື່ອ 5 ທັນວາ 1998
  • ປະຖາມາພອນມົງຄຸດໄທ ເມື່ອ 5 ທັນວາ 1995
  • ຫລຽນໄຊສະຫມໍລະພູມ(ເກົາຫລີ)ເມື່ອ 20 ກໍລະກົດ 1975
  • ຫລຽນພິທັກເສລີຊົນ ຊັ້ນທີ 2 ປະເພດ 1 ເມື່ອ 23 ກໍລະກົດ 1990

ປະຫວັດການເຮັດວຽກທີ່ສຳຄັນ

  • ຜູ້ບັງຄັບກອງບິນ 23 ປີ ຄ.ສ 1989-1991
  • ຜູ້ຊ່ວຍທູດທະຫານອາກາດໄທ/ໂຊ ປີ ຄ.ສ 1991-1994
  • ເຈົ້າກົມຍຸດທະຫານອາກາດປີ ຄ.ສ 1995-1996
  • ເສນາທິການທາຫານອາກາດ ປີ ຄ.ສ 2001-2005
  • ຮອງປະຫລັດກະຊວງກະລາໂຫມ ປີ ຄ.ສ 2006- 2008
  • ສະມາຊິກສະພານິຕິບັນຍັດແຫ່ງຊາດ ປີ ຄ.ສ 2006-2007
  • ປະທານກຳມະການບໍລິຫານ ສະຖາບັນເທັກໂນໂລຊີປ້ອງກັນປະເທດ(ອົງການມະຫາຊົນ )ປີ ຄ.ສ 2009-2011
ປະສົບການແລະຜົນງານທີ່ກ່ຽວຂ້ອງ
  • ເມື່ອດຳລົງຕຳແຫນ່ງເສນາທິການທະຫານອາກາດລະຫວ່າງປີ ຄ.ສ 2002-2005
  • ເປັນຜູ້ຄວບຄຸມເບິ່ງແຍງກິດຈະການດ້ານສື່ສານ ໂທລະຄົມມະນາຄົມ ຂອງກອງທັບອາກາດໃນຖານະຜູ້ບໍລິຫານເທັກໂນໂລຊີສາລະສົນເທດລະດັບສູງ (Chief Information Officer:CIO)ກອງທັບອາກາດ
  • ເປັນຜູ້ກຳກັບເບິ່ງແຍງວຽກດ້ານວິທະຍຸແລະການປະຊາສຳພັນຂອງກອງທັບອາກາດ ໃນຖານະປະຊາຊົນ ກຳມະການບໍລິຫານວິທະຍຸກະຈາຍສຽງ ກອງທັບອາກາດ
  • ເມື່ອດຳລົງຕຳແຫນ່ງຮອງປະຫລັດກະຊວງກະລາໂຫມ ລະຫວ່າງປີ ຄ.ສ 2006-2008
ເປັນຜູ້ຄວບຄຸມເບິ່ງແຍງກິດຈະການດ້ານສື່ສານໂທລະຄົມມະນາຄົມແລະກິດຈະການອາວະກາດ ຂອງກະຊວງກະລາໂຫມໃນຖານະຜູ້ບໍລິຫານເທັກໂນໂລຊີສາລະສົນເທດລະດັບສູງ (Chief Information Officer: CIO)ກະຊວງກະລາໂຫມ
  • ຈາກປະສົບການໃນການດຳລົງຕຳແຫນ່ງລະດັບສູງ ໃນກະຊວງກະລາໂຫມ ນອກຈາກທີ່ໄດ້ກ່າວຖືງ ຍັງມີປະສົບການໃນການບໍລິຫານຫນ່ວຍງານຂະຫນາດໃຫຍ່ໃນດ້ານການຈັດເຮັດແຜນແມ່ບົດການພັດທະນາດ້ານຕ່າງໆການບໍລິຫານງົບປະມານບຸກຄະລາກອນແລະການຝືກສືກສາ ຕະຫລອດຈົນການພັດທະນາສັງຄົມ ການພັດທະນາປະເທດແລະການບັນເທົາ-ສາທາລະນະໄພເປັນຕົ້ນ
  • ກຳກັບເບິ່ງແຍງການບໍລິຫານວຽກສະຖາບັນເທັກໂນໂລຊີປ້ອງກັນປະເທດ(ອົງການມະຫາຊົນ)ໃນດ້ານການກຳຫນົດນະໂຍບາຍການບໍລິຫານວຽກ ຍຸດທະສາດການພັດທະນາ ການຈັດຫາທືນ ແລະການໃຫ້ຄວາມເຫັນຊອບແຜນການດຳເນີນວຽກຂອງສະຖາບັນ ຕະຫລອດຈົນອານຸມັດແຜນການລົງທືນ ແຜນການເງີນ ແລະງົບປະມານປະຈຳປີຂອງສະຖາບັນ
  • ເບິ່ງວຽກດ້ານການວິໄຈແລະພັດທະນາ ການສື່ສານໂທລະຄົມມະນາຄົມ ເທັກໂນໂລຊີສາລະສົນເທດ ກິດຈະການອາວະກາດວິທະຍາສາດ ແລະອຸດສາຫະກຳປ້ອງກັນປະເທດ ໃນປະເທດຕ່າງໆເຊັ່ນ:ສະຫະລັດອາເມລິກາ ອັງກິດ ເຍຍລະມັນ ຝລັ່ງ ອິຕາລີ ເບວຢ້ຽມ ສະວີເດນ ສະເປນ ຈີນ ຍີ່ປຸ່ນ ອິນເດຍ ເກົາຫລີໃຕ້ ອົດສະຕາລີ້ ແລະສິງກະໂປເປັນຕົ້ນ

ສ້າງຕັ້ງຂື້ນໂດຍ  -   (18/1/2017 9:39:58)