ສຳນັກງານ ກສທຊ.ພ້ອມຫນຸນປະເທດສູ່ຍຸກເສດຖະກິດດິຈິຕໍ ດັນການລົງທືນທຸລະກິດກະຈາຍສຽງ ໂທລະທັດແລະໂທລະຄົມມະນາຄົມລຸຍຈັດງານວັນສື່ສານແຫ່ງຊາດ NET 2015ໂຊນະວັດຕະກຳສື່ສານຄົບທຸກດ້ານ ວັນທີ6-9 ສິງຫາ ນີ້ທີ່ສູນປະຊຸມສິຣິກິດ

ສຳນັກງາ ກສທຊ.ພ້ອມຫນຸນປະເທດສູ່ຍຸກເສດຖະກິດດິຈິຕໍ ດັນການລົງທືນທຸລະກິດກະຈາຍສຽງ ໂທລະທັດແລະໂທລະຄົມມະນາຄົມ ລຸຍຈັດງານວັນສື່ສານແຫ່ງຊາດ NET 2015ໂຊນະວັດຕະກຳສື່ສານຄົບທຸກດ້ານ ວັນທີ6-9 ສິງຫາ ນີ້ທີ່ສູນປະຊຸມສິຣິກິດ

ພລ.ອ.ອ.ທະເຣດ ປຸນນະສີ ປະທານກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ(ສຳນັກງານ ກສທຊ.)ກ່າວວ່າ ຂະນະນີ້ສຳນັກງານ ກສທຊ.ໄດ້ວາງໂຄງສ້າງພື້ນຖານທັງດາ້ນກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ຊື່ງຈະຊ່ວຍຜັັກດັນເສດຖະກິດໃນປະເທດໃຫ້ເຕີບໃຫຍ່ຈາກການລົງທືນໂຄງສ້າງພື້ນຖານໃນທຸລະກິດກະຈາຍສຽງ ໂທລະທັດແລະໂທລະຄົມມະນາຄົມ ເກີດການນຳເທັກໂນໂລຊີດ້ານການສື່ສານໃຫມ່ໆເຂົ້າມາໃຊ້ໃນປະເທດເພື່ອກຽມຄວາມພ້ອມໃຫ້ໄທກ້າວເຂົ້າສູ່ຍຸກເສດຖະກິດດິຈິຕໍ

ປະທານ ກສທຊ.ກ່າວວ່າໃນປີນີ້ສຳນັກງານ ກສທຊ.ໄດ້ຈັດງານສື່ສານແຫ່ງຊາດ ປະຈຳປີ 2015 ລະຫວ່າງວັນທີ 6-9 ສິງຫາ 2015 ທີ່ສູນການປະຊຸມແຫ່ງຊາດສິຣິກິດ ພາຍໃຕ້ຊື່ງານ “NBTC EXPO THAILAND 2015 (NET 2015)” ພາຍໃຕ້ແນວຄິດ “ກ້າວສູ່ອານາຄົດໂລກດິຈິຕໍ Future Trend in Digital World”ເພື່ອເຜີຍແຜ່ຣ່ອງຄວາມຮູ້ດ້ານການບໍລິຫານຈັດການຄື່ນຄວາມຖີ່ແລະການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ ຊື່ງພາຍໃນງານຈະມີການສະແດງເທັກໂນໂລຊີໃຫມ່ໆນະວັດຕະກຳທີ່ລ້ຳສະໄຫມແລະການສື່ສານທີ່ຈະໃຊ້ໃນອານາຄົດ ຊື່ງເປັນການສະແດງຖືງສັກຂະຍະພາບຂອງອຸດສາຫະກຳກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມຂອງປະເທດໄທດ້ວຍ ໂດຍໄດ້ຮັບກຽດຈາກ ມ.ຣ.ວ.ປຣີດິຍາທອນ ເທວະກຸນ ຮອງນາຍຍົກລັດຖະມົນຕີມາເປັນປະທານເປີດງານແລະປາທະກະຖາພິເສດເລື່ອງ Digital Economyກັບການພັດທະນາປະເທດໄທ

ທ່ານຖາກອນ ຕັນທະສິດ ເລຂາທິການຄະນະກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດກ່າວວ່າ ພາຍໃນງານ NET 2015ມີການຈັດສະແດງນິເທດສະການທັງຫມົດ 5 ໂຊນ ໄດ້ແກ່ 1.ເສດຖະກິດດິຈິຕໍ Digital Economyເປັນນິເທດສະການທີ່ນຳສະເຫນີນະໂຍບາຍແລະໂຄງສ້າງລິເລີ່ມຂອງຫນ່ວຍງານພາກລັດສູ່ການເປັນສັງຄົມເສດຖະກິດດິຈິຕໍ 2.ຊຸມຊົນດິຈິຕໍ Digital Communityນິເທດສະການທີ່ສາຍພາບເທັກໂນໂລຊີໂລກອານາຄົດແລະຊີວິດສະໄຫມໃຫມ່ ທີ່ຈັດໂດຍພາກທຸລະກິດເອກະຊົນ 3.ໂລກເຄື່ອນທີ່ Mobile Worldນິເທດສະການແລະງານສະແດງສິນຄ້ານະວັດຕະກຳໂທລະສັບມືຖືແລະຍ່ານຄວາມຖີ່ທີ່ຈະຖືກຈັດສັນກັບລະບົບ4Gແລະ5Gໃນອານາຄົດ 4.ບັນເທີງລ້ຳຍຸກ Smart Entertainmentນຳສະເຫນີສິນຄ້ານະວັດຕະກຳຄວາມບັນເທິງໃນຍຸກດິຈິຕໍແລະອຸປະກອນຕ່າງໆສຳຫລັບແພ່ພາບແລະສຽງລະບົບດິຈິຕໍແລະ5.ຄວາມປອດໄພໃນໂລກໄຊເບີ້ Cyber Security ນິເທດສະການສ້າງການຕະຫນັກຮູ້ຖືງໄພຄຸກຄາມຈາກຊ່ອງທາງດິຈິຕໍແລະວິທີການປ້ອງກັນແລະຮັບມືກັບໄພຄຸກຄາມດັ່ງກ່າວ

ທັງນີ້ພາຍໃນງານຍັງໄດ້ມີການຈັດເສວະນາໃນຫົວຂໍ້Collaborating toward Global Economy: Opportunities and Challenges ເດີນຫນ້າສູ່ສັງຄົມເສດຖະກິດດິຈິຕໍລະດັບໂລກ ໂອກາດແລະຄວາມທ້າທາຍຊື່ງຈະຈັດໃນວັນທີ6 ສິງຫາ 2015 ລວມຫົວຂໍ້ການສຳມະນາທີ່ຫນ້າສົນໃຈອື່ນໆ ເຊັ່ນ:Digital Technology – Global Outreach, Traditional TV vs Second Screen : ໂອກາດແລະຄວາມທ້າທາຍ, Telecommunication enables “Digital disruptive” a new wave challenging all industries ແລະ Delivery Technologies and Business Models for Mobile Television Service ຊື່ງຖືເປັນການສ້າງຄວາມແຂງແກ່ງແລະເປີດໂລກກະເທັດໃຫມ່ໆໃຫ້ກັບຜູ້ປະກອບການໄທ ຜູ້ສົນໃຈສາມາດເຂົ້າຮ່ວມງານສຳມະນາດັ່ງກ່າວໄດ້ລະຫວ່າງວັນທີ6-9 ສິງຫາ 2015 ທີ່ຫ້ອງ Ballroom ສູນການປະຊຸມແຫ່ງຊາດສິຣິກິດ

Download

ສ້າງຕັ້ງຂື້ນໂດຍ  -   (24/5/2017 16:59:20)

Download

Page views: 786