4 ປະເທດ‘CLMV’ ຫມັ້ນໃຈ ຮ່ວມມືໄທເບິ່ງແຍງສິດທິແຮງງານຕ່າງດ້າວ


     ກະຊວງແຮງງານເລັ່ງແກ້ບັນຫາຄ້າມະນຸດດ້ານແຮງງານ 4 ປະເທດສົ່ງອອກຕ່າງດ້າວ ‘CLMV’ ຫມັ້ນໃຈຮ່ວມມືໄທເບິ່ງແຍງສິດທິແຮງງານ ຕັ້ງຄະນະເຮັດວຽກຮ່ວມເປັນກົນໄກແກ້ບັນຫາ ເຊື່ອມຄວາມຮ່ວມມືນຳເຂົ້າແຮງງານ ຖືກກົດຫມາຍແບບ MoUບໍ່ຕົກເປັນເຫຍື່ອຂະບວນການຄ້າມະນຸດ ພ້ອມລົງພື້ນທີ່ກວດສະພາບການຈ້າງ/ສະພາບການເຮັດວຽກແລະຮ່ວມກັບໃຫ້ຂໍ້ເທັດຈິງແກ້ໄຂເສື່ອເຜີຍແຜ່ຂ່າວເຊີງລົບ ກຳຫນົດຍຸດທະສາດໄລຍະສັ້ນ-ຍາວ ມີຕົວຊີ້ວັດທີ່ຊັດເຈນ

     ທ່ານທິລະພົນ ຂຸນເມືອງ ຜູ້ກວດຣາດຊະການກະຊວງແຮງງານແລະໂຄສົກກະຊວງແຮງງານເປີດເຜີຍວ່າ ພົນເອກ ສິຣິໄຊ ດິດຖະກຸນ ລັດຖະມົນຕີວ່າການກະຊວງແຮງງານ ມີຄວາມມຸ້ງຫມັ້ນແກ້ໄຂບັນຫາຄ້າມະນຸດດ້ານແຮງງານຢ່າງຈິງຈັງ ໂດຍສະເພາະຢ່າງຍິ່ງການເບິ່ງແຍງແຮງງານຕ່າງດ້າວຊື່ງປະເທດໄທມີຄວາມຈຳເປັນຕ້ອງໃຊ້ແຮງງານຈຳນວນຫລາຍໃນພາກອຸດສາຫະກຳ ຈື່ງໄດ້ປະສານຄວາມຮ່ວມມືກັບກຸ່ມປະເທດເພື່ອນບ້ານ ‘CLMV’ ຊື່ງເປັນປະເທດສົ່ງອອກແຮງງານຢ່າງໃກ້ຊິດ  ເພື່ອກຳຫນົດມາດຕະການແກ້ໄຂແລະປ້ອງກັນບັນຫາການລະເມີດສິດທິແຮງງານ ແລະການສ້າງຄວາມເຂົ້າໃຈກ່ຽວກັບການດຳເນີນການຂອງພາກລັດ

     ທີ່ຜ່ານມາກະຊວງແຮງງານ ໂດຍ ພົນເອກສິຣິໄຊ ດິດຖະກຸນ ລັດຖະມົນຕີວ່າການກະຊວງແຮງງານ ໄດ້ເຊີນເອກອັດຄະຣາດຊະທູດຈາກ 4 ປະເທດ ຄື ຫວຽດນາມ  ກຳບູເຈັ້ຍ ພະມ້າ ແລະລາວ ມາພົບເພື່ອຮ່ວມຫາລືແລະຕິດຕາມຄວາມຄືບຫນ້າພາຍຫລັງການປະຊຸມຄວາມຮ່ວມມືດ້ານແຮງງານ ເມື່ອເດືອນກັນຍາ ປີ  2015 ທີ່ຜ່ານມາ ເພື່ອຂໍຮັບຮູ້ຂໍ້ມູນແລະຂໍ້ຄິດເຫັນກ່ຽວກັບສະພາບການເຮັດວຽກຂອງແຮງງານທັງສີ່ສັນຊາດໃນປະເທດໄທ ລວມທັງຫາລືເພື່ອກຳຫນົດແນວທາງຄວາມຮ່ວມມືລະຫວ່າງໃນຖານະມິດປະເທດ ແລະກະຊວງແຮງງານໄດ້ນຳສະເຫນີກອບຄວາມຮ່ວມມືທີ່ຈະເຮັດວຽກຮ່ວມມືກັນດ້ວຍ ເຊັ່ນ:ການຮ່ວມມືສະຫນັບສະຫນຸນການນຳເຂົ້າແຮງງານຢ່າງຖືກຕ້ອງຕາມກົດຫມາຍພາຍໃຕ້ບັນທືກຄວາມເຂົ້າໃຈ (MoU)ແລະໄດ້ຮັບສິດທິປະໂຫຍດຕາມທີ່ກົດຫມາຍກຳຫນົດ ບໍ່ເປັນເຫຍື່ອຂອງຂະບວນການຄ້າມະນຸດ ການມີກົນໄກເຮັດວຽກຮ່ວມກັນໃນຮູບແບບຄະນະເຮັດວຽກຮ່ວມ ເພື່ອເປັນຊ່ອງທາງການຫາລືແລະແກ້ໄຂບັນຫາທີ່ອາດເກີດຂື້ນໃນປະເດັນຕ່າງໆ ເຊັ່ນ:ສະພາບການຈ້າງ ການຄຸ້ມຄອງແຮງງານ ລວມທັງກຳຫນົດຍຸດທະສາດການພັດທະນາດ້ານແຮງງານຮ່ວມກັນທັງໃນໄລຍະສັ້ນແລະໄລຍະຍາວ

     ກຳຫນົດການລົງພື້ນທີ່ຮ່ວມກັນລະຫວ່າງສະຖານເອກອັດຄະຣາດຊະທູດກັບກະຊວງແຮງງານເພື່ອກວດສະພາບການຈ້າງ ສະພາບການເຮັດວຽກແລະທີ່ພັກອາໄສ ລວມທັງຮ່ວມກັນແກ້ໄຂບັນຫາແຮງງານທີ່ເກີດຂື້ນລະຫວ່າງນາຍຈ້າງໄທແລະແຮງງານຂອງຊາດຕົນ ໃນກໍລະນີທີ່ປາກົດວ່າມີການເຜີຍແຜ່ຂ່າວທີ່ເກີດຜົນກະທົບໃນເຊີງລົບດ້ານແຮງງານ ຈະໄດ້ຄວາມຮ່ວມມມືກັນຢ່າງໃກ້ຊິດເພື່ອກວດສອບຂໍ້ເທັດຈິງແລະຮ່ວມກັນຊີ້ແຈງຂໍ້ເທັດຈິງໃຫ້ສື່ມວນຊົນແລະສັງຄົມໃຫ້ໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງ  ສຳລັບການດຳເນີນການຕາມ MoU ແລະຂໍ້ຕົກລົງ (Agreement) ໃຫ້ຄູ່ພາຄີຮ່ວມກັນວາງແຜນການດຳເນີນການແລະມີການກຳຫນົດຕົວຊີ້ວັດທີ່ຊັດເຈນ ເພື່ອໃຫ້ການດຳເນີນການບັນລຸວັດຖຸປະສົງຢ່າງເປັນຮູບປະທຳ

     ທັງນີ ເອກອັດຄະຣາດຊະທູດ ທັງສີ່ປະເທດໄດ້ສະແດງຄວາມເຫັນດ້ວຍກັບແນວທາງທີ່ກະຊວງແຮງງານສະເຫນີ ແລະຍິນດີທີ່ຈະໃຫ້ຄວາມຮ່ວມມືເພາະເປັນປະໂຫຍດຕໍ່ປະຊາຊົນແລະປະເທດຊາດຂອງທັງສອງຝ່າຍໃນພາບລວມ
 

ສ້າງຕັ້ງຂື້ນໂດຍ  - Supawan  Sittipanya (1/7/2019 14:46:14)

Download

Page views: 396