ພາລະກິດການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມ (Universal Service Obligation : USO)

ພາລະກິດການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມ (Universal Service Obligation : USO)

ຄວາມເປັນມາຂອງການຈັດໃຫ້ມີການບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມ
 
                ການຈັດໃຫ້ມີການບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງໃນບໍລິບົດຂອງປະເທດໄທຖືກກຳຫນົດຂື້ນພາຍໃຕ້ກອບອຳນາດຫນ້າທີ່ຕາມພະຣາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບກິດຈະການວິທະຍຸກະຈາຍສຽງວິທະຍຸໂທລະທັດແລະກິດຈະການໂທລະຄົມມະນາຄົມປີ ຄ.ສ 2010ມາດຕາ 27 (12) ແລະມາດຕາ 50 ປະກອບພະຣາດຊະບັນຍັດໂທລະຄົມມະນາຄົມປີ ຄ.ສ 2001 ມາດຕາ 17ຊື່ງກຳຫນົດໃຫ້ ກສທຊ.ມີຫນ້າທີ່ໃນການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງ ຄອບຄຸມທັງໃນມິຕິເຊີງພື້ນທີ່ແລະມິຕິເຊີງສັງຄົມ
                ພາລະກິດ USO (Universal Services Obligation)ຫລືຈັດໃຫ້ມີການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມມີຫລັກການສຳຄັນໃນການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານທີ່ມຸ້ງເນັ້ນການແກ້ໄຂບັນຫາເພື່ອລົດຄວາມເຫລື່ອມລ້ຳໃນການເຂົ້າຖືງການໂທລະຄົມມະນາຄົມ ຄອບຄຸມທັງໃນມິຕິເຊີງພື້ນທີ່ແລະມິຕິເຊີງສັງຄົມ
                ດ້ວຍເຫດຜົນທີ່ວ່າການລົງທືນໃນຕະຫລາດເສລີທີ່ມີການແຂ່ງຂັນ ຜູ້ປະກອບການມັກຈະເລືອກລົງທືນໃນພື້ນທີ່ ທີ່ມີຜົນຕອບແທນການລົງທືນທີ່ຄຸ້ມຄ່າເປັນສຳຄັນ ສົ່ງຜົນໃຫ້ການລົງທືນດ້ານໂຄງສ້າງພື້ນຖານມັກຈະກະຈຸກຕົວຢູ່ໃນເຂດເມືອງ ຈື່ງເປັນຜົນໃຫ້ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ຫ່າງໄກ ບໍ່ໄດ້ຮັບໂອກາດໃນການເຂົ້າຖືງບໍລິການຢ່າງເທົ່າທຽມເຊັ່ນດຽວກັບປະຊາຊົນທີ່ອາໄສຢູ່ໃນພື້ນທີ່ເຂດເມືອງ
                ດ້ວຍເຫດດັ່ງກ່າວ ຈື່ງມີຄວາມຈຳເປັນທີ່ຈະຕ້ອງກຳຫນົດກົນໄກບາງຢ່າງເຂົ້າແຊກແຊງ ເພື່ອໃຫ້ເກີດການລົງທືນໃນການຈັດໃຫ້ມີບໍລິການໃນພື້ນທີ່ທີ່ຂາດແຄນ ໂດຍບໍ່ກະທົບຕໍ່ສະພາບແວດລ້ອມການແຂ່ງຂັນເສລີແລະເປັນທຳ
                ນອກຈາກນີ້ ຫາກພິຈາລະນາຖືງປະເດັນການເຂົ້າຖືງບໍລິການໂທລະຄົມມະນາຄົມໃນມິຕິເຊີງພື້ນທີ່ນອກເຫນືອຈາກການແກ້ໄຂບັນຫາໂດຍການອຸດຫນຸນຄ່າໃຊ້ຈ່າຍເພື່ອໃຫ້ເກີດການຂະຫຍາຍໂຄງຂ່າຍພື້ນທີ່ທີ່ຂາດແຄນແລ້ວນັ້ນ ບັນຫາເລື່ອງຄວາມເຫລື່ອມລ້ຳໃນການເຂົ້າຖືງບໍລິການໂທລະຄົມມະນາຄົມຍັງເກີດຂື້ນໃນມິຕິເຊີງສັງຄົມອີກດ້ວຍ ທັງນີ້ລ້ວນເປັນຂໍ້ຈຳກັດໃນເຊີງປັດເຈກເຊັ່ນ:ກຸ່ມຜູ້ພິການ ຜູ້ສູງອາຍຸ ເດັກນ້ອຍ ຜູ້ມີລາຍໄດ້ຫນ້ອຍແລະຜູ້ທີ່ຂາດທັກສະໃນການໃຊ້ງານເທັກໂນໂລຊີສາລະສົນເທດເປັນຕົ້ນ
                ກ່າວໂດຍສະຫລຸບ ການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມ(USO)ມີເປົ້າຫມາຍເພື່ອແກ້ໄຂບັນຫາຄວາມເຫລື່ອມລ້ຳໃນການເຂົ້າຖືງບໍລິການໂທລະຄົມມະນາຄົມ(Digital Divide)ໃນ3 ເດືອນສຳຄັນດັ່ງນີ້
  1. ການສ້າງການຄອບຄຸມໂຄງຂ່າຍຢ່າງທົ່ວຖືງ(Availability)
  2. ການຈັດໃຫ້ມີສິ່ງອຳນວຍຄວາມສະດວກດ້ານໂທລະຄົມມະນາຄົມເພື່ອ ກຸ່ມຄົນທີ່ມີຄວາມຕ້ອງການພິເສດລວມຖືງ ສະຫນັບສະຫນຸນເພື່ອໃຫ້ເກີດການພັດທະນາທັກສະການໃຊ້ງານ ICT (Accessibility)
  3. ການຈັດໃຫ້ມີບໍລິການເພື່ອໃຫ້ກຸ່ມຜູ້ມີລາຍໄດ້ຫນ້ອຍ ມີໂອກາດເຂົ້າຖືງບໍລິການໂທລະຄົມມະນາຄົມໄດ້ຢ່າງເທົ່າທຽມ(Affordability)
 
ຄຳຈຳກັດຄວາມຂອງບໍລິການໂທລະຄົມມະນາຄົມພື້ນຖານ
                “ບໍລິການໂທລະຄົມມະນາຄົມພື້ນຖານ”ຫມາຍຄວາມວ່າ ບໍລິການໂທລະສັບແລະບໍລິການອິນເຕີເນັດຄວາມໄວສູງໂດຍບໍ່ຈຳກັດປະເພດຂອງເທັກໂນໂລຊີແລະລັກສະນະການໃຊ້ງານ ລວມຖືງອຸປະກອນປາຍທາງ ຊ໊ອບແວຣ໌ຫລືສ່ວນປະກອບອື່ນໆຕາມຄວາມຈຳເປັນ ຕະຫລອດຈົນຈັດໃຫ້ມີການສົ່ງເສີມແລະເພີ່ມທັກສະຄວາມຮູ້ອັນເປັນປະໂຫຍດແກ່ປະຊາຊົນ ໃຫ້ສາມາດເຂົ້າຖືງການໃຊ້ບໍລິການໂທລະຄົມມະນາຄົມພື້ນຖານຢ່າງເຫມາະສົມແລະມີປະສິດທິພາບ
                ສຳຫລັບຄ່າໃຊ້ຈ່າຍທີ່ນຳມາໃຊ້ໃນການດຳເນີນການ USOນັ້ນມີຫລາຍຮູບແບບຂື້ນຢູ່ກັບກອບກົດຫມາຍຂອງແຕ່ລະປະເທດ ສຳຫລັບປະເທດໄທ ກົດຫມາຍກຳຫນົດໃຫ້ ຫນ່ວຍງານກຳກັບເບິ່ງແຍງກິດຈະການໂທລະຄົມມະນາຄົມມີຫນ້າທີ່ໃນການຈັດເກັບລາຍໄດ້ສ່ວນຫນື່ງຈາກການປະກອບກິດຈະການຂອງຜູ້ຮັບໃບອານຸຍາດເພື່ອນຳມາອຸດຫນຸນໃຫ້ເກີດບໍລິການຕາມເປົ້າຫມາຍທີ່ກຳຫນົດ
 
ຜົນການດຳເນີນການຈັດໃຫ້ມີບໍລິການ USO
            ປະເທດໄທໄດ້ເລີ່ມດຳເນີນການຈັດໃຫ້ມີບໍລິການ USOທີ່ສອດຄ່ອງຕາມຫລັກສາກົນນັບຕັ້ງແຕ່ ປີ ຄ.ສ2005ເປັນຕົ້ນມາ ຊື່ງສາມາດແບ່ງເປົ້າຫມາຍການດຳເນີນການຈົນຖືງປະຈຸບັນໄດ້ເປັນ3 ໄລຍະຄື
 
  • ໄລຍະທີ1:ປີຄ.ສ 2005-2009
ມຸ້ງເນັ້ນການຂະຫຍາຍການເຂົ້າຖືງບໍລິການໂທລະຄົມມະນາຄົມທາງສຽງເປັນສຳຄັນໂດຍກຳຫນົດໃຫ້ມີການຕິດຕັ້ງໂທລະສັບສາທາລະນະປະຈຳຫມູ່ບ້ານໃນພື້ນທີ່ຫ່າງໄກຊື່ງບໍ່ມີບໍລິການໃດໆເຂົ້າຖືງ ຈຳນວນ 6,000 ເລກຫມາຍ ຕິດຕັ້ງໂທລະສັບປະຈຳທີ ນະສະຖານນີອານາໄມ ຈຳນວນ4,000 ເລກຫມາຍໃນເຂດຊຸມຊົນຜູ້ມີລາຍໄດ້ຫນ້ອຍຈຳນວນ2,600 ເລກຫມາຍທົ່ວປະເທດ ລວມຖືງການຈັດໃຫ້ມີບໍລິການຈັດໃຫ້ມີບໍລິການໂທລະສັບສາທາລະນະພາສາມື ທີ່ມີສິ່ງອຳນວຍຄວາມສະດວກສຳຫລັບຜູ້ພິການກວ່າ 5,000 ເລກມຫາຍທົ່ວປະເທດ
 
  • ໄລຍະທີ 2: ປີ ຄ.ສ 2010-2011
ຍົກລະດັບການໃຫ້ບໍລິການທີ່ມຸ້ງເນັ້ນໃຫ້ປະຊາຊົນໃນພື້ນທີ່ຫ່າງໄກ ສາມາດເຂົ້າຖືງບໍລິການໂທລະຄົມມະນາຄົມແລະບໍລິການອິນເຕີເນັດແບບສາທາລະນະຫລາຍຍິ່ງຂື້ນ ທັງນີ້ ເພື່ອຮອງຮັບກະແສການປ່ຽນແປງພິືດຕິການໃຊ້ງານໂທລະຄົມມະນາຄົມຂອງປະຊາຊົນ ທີ່ເລີ່ມຍົກລະດັບໄປສູ່ການເຂົ້າຖືງຂໍ້ມູນແລະສາລະສົນເທດໃນໂຄງຂ່າຍໂທລະຄົມມະນາຄົມຫລາຍຂື້ນ ໂດຍໄດ້ມີການດຳເນີນການດັ່ງນີ້
  1. ຕິດຕັ້ງສູນອິນເຕີເນັດປະຈຳໂຮງຮຽນ ໃນພື້ນທີ່ຫ່າງໄກຈຳນວນ520 ແຫ່ງທົ່ວປະເທດ
  2. ຕິດຕັ້ງສູນອິນເຕີເນັດຊຸມຊົນ ໃນພື້ນທີ່ຫ່າງໄກ ຈຳນວນ379ແຫ່ງທົ່ວປະເທດ
  3. ຕິດຕັ້ງສູນອິນເຕີເນັດເພື່ອສັງຄົມ ທີ່ສາມາດຕອບສະຫນອງຄວາມຕ້ອງການໃນການໃຊ້ງານຕາມປະເພດຂອງຜູ້ພິການອີກກວ່າ 40 ແຫ່ງທົ່ວປະເທດ
  • ໄລຍະທີ 3: ປີ ຄ.ສ 2012-2016
ຈາກການດຳເນີນການຈັດໃຫ້ມີບໍລິການ USO ທັງ2 ໄລຍະທີ່ຜ່ານມາ ປະກອບກັບ ການຜັກດັນນະໂຍບາຍແລະກະຕິກາທີ່ກ່ຽວຂ້ອງການກຳກັບເບິ່ງແຍງກິດຈະການໂທລະຄົມມະນາຄົມບົນພື້ນຖານຂອງການແຂ່ງຂັນເສລີແລະເປັນທຳ ເປັນຜົນໃຫ້ພາບລວມຂອງຕະຫລາດໂທລະຄົມມະນາຄົມໄທເຕີບໃຫຍ່ຂື້ນຢ່າງຕໍ່ເນື່ອງ ໃນຂະນະດຽວກັນ ການລົດລົງຂອງອັດຕາຄ່າບໍລິການກໍ່ໄດ້ເປີດໂອກາດໃຫ້ປະຊາຊົນສ່ວນໃຫຍ່ ສາມາເຂົ້າຖືງບໍລິການໂທລະຄົມມະນາຄົມໄດ້ຢ່າງກວ້າງຂວາງຫລາຍຂື້ນເຊັ່ນດຽວກັນດ້ວຍ
        ຈາກຖານຂໍ້ມູນຂອງສຳນັກງານ ກສທຊ. ປີ ຄ.ສ 2012 ພົບວ່າ ໂຄງຂ່າຍການໃຫ້ບໍລິການໂທລະສັບສ່ວນບຸກຄົນມີຄວາມຄອບຄຸມຢູ່ໃນອັດຕາຮ້ອຍລະ 94 ຂອງປະຊາກອນ ແລະຫາກພິຈາລະນາໃນສ່ວນຂອງການໃຫ້ບໍລິການອິນເຕີເນັດຄວາມໄວສູງ ທີ່ແມ້ອັດຕາຄ່າບໍລິການຕໍ່ເມກກະບິດຈະລົດລົງຫລາຍກວ່າ 1 ເທົ່າຕົວ ນັບຕັ້ງແຕ່ປີ ຄ.ສ 2005 ເປັນຕົ້ນມາ ແຕ່ຄວາມຄອບຄຸມຂອງໂຄງຂ່າຍອິນເຕີເນັດຄວາມໄວສູງຕໍ່ຈຳນວນປະຊາກອນກັບຄອບຄຸມພຽງຮ້ອຍລະ 39 ເທົ່ານັ້ນ
        ດ້ວຍເຫດນີ້ ກສທຊ.ຈື່ງຕ້ອງເລັ່ງສະຫນັບສະຫນນຸນແລະຜັກດັນໃຫ້ເກີດການລົງທືນເພື່ອຂະຫຍາຍໂຄງຂ່າຍບໍລິການອິນເຕີເນັດຄວາມໄວສູງໄປຍັງພື້ນທີ່ຊົນນະບົດ ຫລືພ້ືນທີ່ ທີ່ມີຜົນຕອບແທນການລົງທືນຕ່ຳ ຫລືພ້ືນທີ່ທີ່ຍັງບໍ່ມີຜູ້ໃຫ້ບໍລິການຫລືມີແຕ່ບໍ່ພຽງພໍ ເພື່ອໃຫ້ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ດັ່ງກ່າວ ໄດ້ມີໂອກາດເຂົ້າຖືງບໍລິການອິນເຕີເນັດຢ່າງທົ່ວຖືງຫລາຍຂື້ນ
        ລວມຖືງການສະຫນັບສະຫນຸນແລະສົ່ງເສີມໃຫ້ປະຊາຊົນໂດຍສະເພາະ ກຸ່ມຜູ້ມີລາຍໄດ້ຫນ້ອຍ ກຸ່ມຜູ້ພິການ ເດັກນ້ອຍ ຄົນຊາລາ ແລະຜູ້ດ້ວຍໂອກາດໃນສັງຄົມ ມີໂອກາດໃນການພັດທະນາທັກສະຄວາມຮູ້ການໃຊ້ງານເທັກໂນໂລຊີສາລະສົນເທດ ຕະຫລອດຈົນ ການສົ່ງເສີມໃຫ້ເກີດການຄິດຄົ້ນ ພັດທະນາຮູບແບບແລະປະຫຍຸກໃຊ້ງານເທັກໂນໂລຊີສາລະສົນເທດບົນໂຄງຂ່າຍໂທລະຄົມມະນາຄົມທີ່ສອດຄ້ອງກັບຄວາມຕ້ອງການຂອງປະຊາຊົນໃນແຕ່ລະກຸ່ມ ທັງນີ້ ເພື່ອເພີ່ມສັກຂະຍະພາບແລະຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງປະເທດໃນພາບລວມ
        ຈາກເຫດຜົນດັ່ງກ່າວ ຈື່ງເປັນທີ່ມາຂອງການດຳເນີນການຈັດໃຫ້ມີບໍລິການ USO ໄລຍະທີ 3 ໂດຍທີ່ ກສທຊ.ໄດ້ກຳຫນົດເປົ້າຫມາຍໄລຍະ 5 ປີ ພາຍໃຕ້ແຜນການຈັດໃຫ້ມີບໍລິການໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມປີ ຄ.ສ2012-ປີ ຄ.ສ2016 ດັ່ງຕໍ່ໄປນີ້
        (1) ປະຊາກອນບໍ່ຫນ້ອຍກວ່າຮ້ອຍລະ 95 ຂອງປະເທດສາມາດເຂົ້າຖືງບໍລິການໂທລະສັບສ່ວນບຸກຄົນໂດຍການຈັດໃຫ້ມີບໍລິການໂທລະສັບສາທາລະນະຈຳນວນ1-2ເລກຫມາຍຕໍ່ຫມູ່ບ້ານໃນພື້ນທີ່ທີ່ບໍ່ມີສັກຂະຍະພາບເຊີງພານິດແລະບໍ່ມີບໍລິການ
        (2) ປະຊາກອນບໍ່ຫນ້ອຍກວ່າຮ້ອຍລະ 80 ຂອງປະເທດສາມາດເຂົ້າຖືງບໍລິການອິນເຕີເນັດຄວາມໄວສູງໂດຍ
  • ຈັດໃຫ້ມີບໍລິການສູນອິນເຕີເນັດຊຸມຊົນ ອິນເຕີເນັດໃນສະຖານທີສືກສາແລະອິນເຕີເນັດໃນໂຮງພະຍາບານສົ່ງເສີມສຸຂະພາບປະຈຳຕຳບົນເປັນຕົ້ນ ໃນພື້ນທີ່ທີ່ບໍ່ມີສັກຂະຍະພາບເຊີງພານິດແລະບໍ່ມີບໍລິການ
  • ຈັດໃຫ້ມີສູນບໍລິການອິນເຕີເນັດຄວາມໄວສູງແກ່ກຸ່ມເປົ້າຫມາຍທາງສັງຄົມໂດຍສະເພາະໄດ້ແກ່ ຜູ້ມີລາຍໄດ້ຫນ້ອຍ ຄົນພິການ ເດັກນ້ອຍ ຄົນຊາລາ ແລະຜູ້ດ້ອຍໂອກາດໃນສັງຄົມ ຈຳນວນບໍ່ຫນ້ອຍກວ່າ 500 ແຫ່ງທົ່ວປະເທດ
  • ຈັດໃຫ້ມີລະບົບການຕິດຕໍ່ສື່ສານໂທລະຄົມມະນາຄົມສະເພາະທາງສຳຫລັບຜູ້ພິການ ຈຳນວນບໍ່ຫນ້ອຍກວ່າ 1 ແສນຄົນໃຫ້ສາມາດເຂົ້າຖືງຂໍ້ມູນຂ່າວສານໄດ້ເຊັ່ນຄົນປົກກະຕິທົ່ວໄປ
  • ສົ່ງເສີມສະຫນັບສະຫນຸນໃຫ້ເກີດການເພີ່ມທັກສະຄວາມຮູ້ອັນເປັນປະໂຫຍດໃຫ້ແກ່ປະຊາຊົນໂດຍສະເພາະຜູ້ມີລາຍໄດ້ຫນ້ອຍ ຄົນພິການ ເດັກນ້ອຍ ຄົນຊາລາ ແລະຜູ້ດ້ອຍໂອກາດທາງສັງຄົມ ຈຳນວນບໍ່ຫນ້ອຍກວ່າ 5 ແສນຄົນ
  • ສືກສາແລະວິເຄາະແນວທາງດຳເນີນການຈັດໃຫ້ມີບໍລິການເລກຫມາຍໂທລະສັບສຸກເສີນໂດຍລວມເຂົ້າເປັນສ່ວນຫນື່ງຂອງການຈັດໃຫ້ມີບໍລິການ USO
 
ຜົນການດຳເນີນການຕາມແຜນປະຕິບັດການ USO
                ຜົນຂອງການດຳເນີນການຈັດໃຫ້ມີໂທລະຄົມມະນາຄົມພື້ນຖານໂດຍທົ່ວຖືງແລະບໍລິການເພື່ອສັງຄົມ ພາຍໃຕ້ແຜນການຈັດໃຫ້ມີບໍລິການ USO ປີ ຄ.ສ 2012 -2016 ສາມາດສະຫລຸບພາບລວມໄດ້ດັ່ງນີ້
 
ການພັດທະນາໂຄງສ້າງພື້ນຖານໂທລະຄົມມະນາຄົມແລະອິນເຕີເນັດຄວາມໄວສູງ
                ພາຍໃຕ້ແຜນພັດທະນາດິິຈິທັດເພື່ອເສດຖະກິດແລະສັງຄົມ ໄດ້ກຳຫນົດຫຍຸດທະສາດທີ່ສຳຄັນປະການຫນື່ງຄື ການພັດທະນາໂຄງສ້າງພື້ນຖານດິຈິທັດປະສິດທິພາບສູງໃຫ້ຄອບຄຸມທົ່ວປະເທດ ໂດຍມີເປົ້າຫມາຍໃນການຂະຫຍາຍໂຄງຂ່າຍອິນເຕີເນັດຄວາມໄວສູງໃຫ້ເຂົ້າຖືງກຸ່ມຫມູ່ບ້ານ ໂດຍສຳນັກງານ ກສທຊ.ໄດ້ຮ່ວມກັບກະຊວງເທັກໂນໂລຊີສາລະສົນເທດແລການສື່ສານ(ຊື່ງພາຍຫລັງປ່ຽນເປັນ ກະຊວງດິຈິທັດເພື່ອເສດຖະກິດແລະສັງຄົມ)ພິຈາລະນາກຳຫນົດແລະຈັດແບ່ງພື້ນທີ່ເປົ້າຫມາຍຮັບຜິດຊອບດຳເນີນການຂະຫຍາຍໂຄງຂ່າຍອິນເຕີເນັດຄວາມໄວສູງໃຫ້ເຂົ້າຖືງທຸກຫມູ່ບ້ານ ຕາມນະໂຍບາຍຂອງລັດຖະບານ ຄອບຄຸມຈຳນວນ44,352 ຫມູ່ບ້ານທົ່ວປະເທດ ໂດຍກະຊວງດິຈິທັດເພື່ອເສດຖະກິດແລະສັງຄົມ ຮັບຜິດຊອບດຳເນີນການ24,700 ຫມູ່ບ້ານແລະສຳນັກງານ ກສທຊ.ຮັບຜິດຊອບດຳເນີນການ19,652 ຫມູ່ບ້ານ ດ້ວຍອັດຕາຄວາມໄວທີ່ເຊື່ອມຕໍ່ບໍ່ຫນ້ອຍກວ່າ 30/10 Mbps. ທັງລະບົບສາຍເຄເບີ້ (Fiber to the x: FTTx) ແລະໄລ້ສາຍ (Satellite)ໄປຍັງພື້ນທີ່ເປົ້າຫມາຍ ໄດ້ແກ່ ໂຮງຮຽນໃນສັງກັດສຳນັກງານຄະນະກຳມະການການສືກສາຂັ້ນພື້ນຖານ(ສພຖ)ໂຮງພະຍາບານສົ່ງເສີມສຸຂະພາບຕຳບົນ(ຣພ.ສຕ.)ໂຮງຮຽນກອງທືນເພື່ອການສືກສາແລະມູນລະນິທິໂຄງການຫລວງ
ความเป็นมา-1.png

ສົມມຸດຖານ:ການວາງໂຄງຂ່າຍສາຍໃຍແກ້ວນຳແສງໄປຍັງໂຮງຮຽນເປັນຈຸດຕັ້ງສູນ USONET ແລະຄອບຄຸມພື້ນທີ່ເປົ້າຫມາຍ ຈຳນວນ4 ຫມູ່ບ້ານ

Download

ສ້າງຕັ້ງຂື້ນໂດຍ  -   (23/5/2017 16:50:11)

Download

Page views: 12787