“ປະຫລັດແຮງງານ”ໄທ-ສິງກະໂປ ກະຊັບຄວາມຮ່ວມມືດ້ານແຮງງານ


     ປະຫລັດແຮງງານ ຮ່ວມງານການປະຊຸມພັດທະນາລະບົບໄຕພາຄີຢ່າງຢັ້ງຢືນ ໂດຍມີຜູ້ແທນໄຕພາຄີກວ່າ 800 ຄົນຈາກ 14 ປະເທດເຂົ້າຮ່ວມງານ ເນື່ອງໃນໂອກາດ “ວັນຊາດສິງກະໂປ”ພ້ອມເຂົ້າພົບຫາລື Mr. Loh Khum Yean ປະຫລັດກະຊວງແຮງງານສິງກະໂປ ກະຊັບຄວາມສຳພັນແລະຄວາມຮ່ວມມືດ້ານແຮງງານ

     ວັນທີ 26 ຕຸລາ ປີ 2015 ຫມ່ອມຫລວງປຸນທະຣິກ ສະມິຕິ ປະຫລັດກະຊວງແຮງງານ  ພ້ອມດ້ວຍຜູ້ອຳນວຍການສຳນັກປະສານຄວາມຮ່ວມມືລະຫວ່າງປະເທດ ແລະສຳນັກງານແຮງງານໃນປະເທດສິງກະໂປ ເຂົ້າຮ່ວມການປະຊຸມ International Forum on Tripartism - Tripatism for Sustainable Growth and Development  Devan Nair Institute for Employment and Employability ປະເທດສິງກະໂປ ຕາມຄຳເຊີນຂອງກະຊວງແຮງງານສິງກະໂປ ເນື່ອງໃນໂອກາດຄົບຮອບ 50 ປີ ງານວັນຊາດສິງກະໂປ ແລະການເປັນສະມາຊິກອົງການແຮງງານລະຫວ່າງປະເທດ ໂດຍມີຜູ້ແທນໄຕພາຄີຈາກ 14 ປະເທດຈຳນວນ 800 ກວ່າຄົນເຂົ້າຮ່ວມການປະຊຸມ

     ທັງນີ້ ໃນການປະຊຸມ ນາຍກາຍ ໄຣເດີ້ ຜູ້ອຳນວຍການໃຫຍ່ສຳນັກງານແຮງງານລະຫວ່າງປະເທດ (ILO)ຈະເປັນຜູ້ກ່າວປາຖະກະຖາແລະເສວະນາຮ່ວມກັບຜູ້ແທນໄຕພາຄີຂອງປະເທດສິງກະໂປ ນອກຈາກນີ້ ຜູ້ແທນອາວຸໂສຂອງປະເທດຕ່າງໆ ໄດ້ແກ່ ປະເທດ ບາບາດອດ ເດນມາກ ໄອແລນ ຍີ່ປຸ່ນ ແລະສິງກະໂປ ຈະຮ່ວມແລກປ່ຽນປະສົບການກ່ຽວກັບການສ້າງຄວາມເຂັ້ມແຂງຂອງໄຕພາຄີ ສຳລັບການພັດທະນາແລະການຈະເລີນເຕີບໃຫຍ່ຢ່າງຢັ້ງຢືນອີກດ້ວຍ

     ຊ່ວງບ່າຍປະຫລັດກະຊວງແຮງງານມີກຳຫນົດການເຂົ້າພົບແລະຫາຫລືກັບ Mr. Loh Khum Yean ປະຫລັດກະຊວງແຮງງານສິງກະໂປ ເພື່ອກະຊັບຄວາມສຳພັນແລະຄວາມຮ່ວມມືດ້ານແຮງງານລະຫວ່າງກະຊວງແຮງງານໄທ ແລະກະຊວງແຮງງານສິງກະໂປ

ສ້າງຕັ້ງຂື້ນໂດຍ  - Supawan  Sittipanya (1/7/2019 15:07:06)

Download

Page views: 429