Banner

การสรรหา กสทช.

ການສັນຫາຄະນະກຳມະການ ກິດຈະການກະຈາຍສຽງ ກິດຈະການໂທລະທັດ ແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ຊຸດທຳອິດ
          ການດຳເນີນການເລືອກແລະແຕ່ງຕັ້ງກຳມະການ ກສທຊ.ຊຸດທຳອິດນີ້ ເປັນໄປຕາມມາດຕາ16ແລະມາດຕາ 17 ແຫ່ງພະຣາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດແລະກິດຈະການໂທລະຄົມມະນາຄົມ ປີ 2010 ກ່າວຄືເມື່ອມີການດຳເນີນການຕາມຫມວດ1ສ່ວນທີ2ຂອງພະຣາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ ປີ2010ໄດ້ລາຍຊື່ຜູ້ສົມຄວນໄດ້ຮັບເລືອກເປັນ ກສທຊ.ໂດຍວິທີການຄັດເລືອກກັນເອງ ຈຳນວນ    22ຄົນ ເປັນບັນຊີທີ 1ແລະດຳເນີນການຕາມຫມວດ 1 ສ່ວນທີ    3 ຂອງພະຣາດຊະບັນຍັດດັ່ງກ່າວໄດ້ລາຍຊື່ຜູ້ສົມຄວນໄດ້ຮັບເລືອກເປັນ ກສທຊ.ໂດຍວິທີການສັນຫາ ຈຳນວນ 22ຄົນເປັນບັນຊີທີ2ແລ້ວເລຂາທິການວຸດທິສະພາໃນຖານະຝ່າຍທຸລາການໃນການດຳເນີນການສັນຫາແລະຄັດເລືອກ ກສທຊ. ນຳລາຍຊື່ຜູ້ສົມຄວນໄດ້ຮັບຄັດເລືອກເປັນ ກສທຊ.ລວມທັງ    2ບັນຊີ ຈຳນວນ44ຄົນ ພ້ອມປະຫວັດແລະຜົນງານຂອງແຕ່ລະບຸກຄົນສະເຫນີເພື່ອໃຫ້ວຸດທິສະພາບດຳເນີນການເລືອກ ກສທຊ. ຊື່ງບຸກຄົນຜູ້ສົມຄວນໄດ້ຮັບເລືອກເປັນ ກສທຊ.ໃນແຕ່ລະບັນຊີມີດັ່ງນີ້

ໂດຍວິທີການຄັດເລືອກກັນເອງ (ບັນຊີທີ1)22ຄົນ
  • ດ້ານກິດຈະການກະຈາຍສຽງ 2 ຄົນ
  • ດ້ານກິດຈະການໂທລະທັດ 2 ຄົນ
  • ດ້ານໂທລະຄົມມະນາຄົມ 4 ຄົນ
  • ດ້ານນິຕິສາດ  4 ຄົນ
  • ດ້ານເສດຖະສາດ 4 ຄົນ
  • ດ້ານການຄຸ້ມຄອງ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງແລະກິດຈະການໂທລະທັດ 2 ຄົນ
  • ດ້ານການຄຸ້ມຄອງ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການໂທລະຄົມມະນາຄົມ 2 ຄົນ
  • ດ້ານການສືກສາ ວັດທະນະທຳ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ 2 ຄົນ
ໂດຍ ວິທີການສັນຫາ (ບັນຊີທີ2)    22 ຄົນ
  • ມາດຕາ 6 ວົງເລັບ1ດ້ານກິດຈະການກະຈາຍສຽງ 2 ຄົນ
  • ມາດຕາ 6 ວົງເລັບ 1 ດ້ານກິດຈະການໂທລະທັດ 2 ຄົນ
  • ມາດຕາ 6 ວົງເລັບ 2 ດ້ານກິດຈະການໂທລະຄົົມມະນາຄົມ 4 ຄົນ
  • ມາດຕາ 6 ວົງເລັບ 3 ດ້ານກົດຫມາຍ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ 4 ຄົນ
  • ມາດຕາ 6 ວົງເລັບ 3 ດ້ານເສດຖະສາດ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມ 4 ຄົນ
  • ມາດຕາ 6 ວົງເລັບ 4 ດ້ານການຄຸ້ມຄອງຜູ້ບໍລິໂພກ ຫລືດ້ານການສົ່ງເສີມສິດທິແລະເສລີພາບຂອງປະຊາຊົນ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງແລະກິດຈະການໂທລະທັດ 2 ຄົນ
  • ມາດຕາ 6 ວົງເລັບ 4 ດ້ານການຄຸ້ມຄອງຜູ້ບໍລິໂພກ ຫລືດ້ານດ້ານສົ່ງເສີມສິດທິແລະເສີລີພາບຂອງປະຊາຊົນ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການໂທລະຄົມມະນາຄົມ 2 ຄົນ
  • ມາດຕາ 6 ວົງເລັບ 5 ດ້ານການສືກສາດ້ານວັດທະນະທຳ ຫລືການພັດທະນາສັງຄົມ ອັນເປັນປະໂຫຍດຕໍ່ການການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດ ແລະກິດຈະການໂທລະຄົມມະນາຄົມ 2 ຄົນ
          ຕໍ່ມາປະທານວຸດທິສະພາໄດ້ແຕ່ງຕັ້ງຄະນະກຳມາທິການສາມັນເພື່ອເຮັດຫນ້າທີ່ກວດສອບປະວັດ ຄວາມປະພືດ ແລະພືດຕິກຳທາງຈາລິຍະທຳຂອງຜູ້ສົມຄວນໄດ້ຮັບການຄັດເລືອກເປັນກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດ ແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ ເພື່ອສະເຫນີໃຫ້ສະມາຊິກວຸດທິສະພາຮູ້ແລະປະກອບການພິຈາລະນາຄັດເລືອກ

          ໃນວັນຈັນທີ5ກັນຍາ ປີ2011 ເວລາ 10:00ນ.ວຸດທິສະພາໄດ້ມີການປະຊຸມວຸດທິສະພາ ຄັ້ງທີ5(ສະໄຫມສາມັນທົ່ວໄປ)ຊື່ງປະທານຂອງທີ່ປະຊຸມໄດ້ສະເຫນີໃຫ້ທີ່ປະຊຸມພິຈາລະນາເລື່ອງດ່ວນ ຄື ເລືອກກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ (ກສທຊ.)ຕາມມາດຕາ17ແຫ່ງພະຣາດຊະບັນຍັດອົງກອນຈັດສັນຄື່ນຄວາມຖີ່ແລະກຳກັບເບິ່ງແຍງການປະກອບກິດຈະການວິທະຍຸກະຈາຍສຽງ ວິທະຍຸໂທລະທັດ ແລະກິດຈະການໂທລະຄົມມະນາຄົມ ປີ2010ເມື່ອປະທານຄະນະກຳມາທິການສາມັນເພື່ອເຮັດຫນ້າທີ່ກວດສອບປະຫວັດ ຄວາມປະພືດ  ແລະພືດຕິກຳທາງຈາລິຍະທຳຂອງຜູ້ສົມຄວນ ໄດ້ຮັບເລືອກເປັນກຳມະການກິດຈະການກະຈາຍສຽງ ກິດຈະການໂທລະທັດ ແລະກິດຈະການໂທລະຄົມມະນາຄົມແຫ່ງຊາດ (ກສທຊ.)ໄດ້ສະເຫນີລາຍງານຂອງຄະນະກຳມາທິການສາມັນ ໃນສ່ວນທີຫນື່ງ ຊື່ງເປັນລາຍງານໂດຍເປີດເຜີຍຫລັງຈາກສະມາຊິກ ອະພິປາຍແລ້ວ ປະທານຂອງທີ່ປະຊຸມໄດ້ດຳເນີນການປະຊຸມລັບຕາມທີ່ຄະນະກຳມາທິການຮ້ອງຂໍຕາມຂໍ້ບັງຄັບການປະຊຸມວຸດທິສະພາ ປີ2008ຂໍ້108ເພື່ອພິຈາລະນາລາຍງານໃນສ່ວນທີສອງ ຊື່ງເປັນລາຍງານລັບຕາມຂໍ້ບັງຄັບຂໍ້106ວັກສອງເມື່ອປະທານຄະນະກຳມາທິການສາມັນ ສະເຫນີລາຍງານແລະໄດ້ມີສະມາຊິກ ອະພິປາຍຈົນໄດ້ເວລາພໍສົມຄວນແລ້ວປະທານຂອງທີ່ປະຊຸມໄດ້ດຳເນີນການປະຊຸມໂດຍເປີດເຜີຍແລະທີ່ປະຊຸມໄດ້ລົງມະຕິເລືອກຜູ້ໄດ້ຮັບການສະເຫນີຊື່ ໂດຍວິທີການອອກສຽງລົງຄະແນນລັບດ້ວຍການໃຊ້ບັດອອກສຽງລົງຄະແນນຈຳນວນ11ຄົນ ຜົນການອອກສຽງລົງຄະແນນປາກົດວ່າ ຜູ້ທີ່ໄດ້ຮັບຄະແນນສູງສຸດຕາມລຳດັບທີ່ໄດ້ຮັບການຄັດເລືອກເປັນກຳມະການກິດຈະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດໃນແຕ່ລະດ້ານດັ່ງນີ້
  1. ດ້ານກິດຈະການກະຈາຍສຽງມາດຕາ6 (1)ຈຳນວນ    1 ຄົນຄື ພົນອາກາດເອກ ທະເຣດ ປຸນສີ
  2. ດ້ານກິດຈະການໂທລະທັດ ຕາມມາດຕາ6 (1)ຈຳນວນ1ຄົນ ຄື ພົນໂທ ພີຣະພົງ ມານະກິດ
  3. ດ້ານກິດຈະການໂທລະຄົມມະນາຄົມ6 (2) ຈຳນວນ2 ຄົນ ຄື ພັນເອກ ເສດຖະພົງ ມະລິສຸວັນແລະພັນເອກ ນະທີ ສຸກກົນລັດ
  4. ດ້ານກົດຫມາຍ ຕາມມາດຕາ6 (3)ຈຳນວນ2ຄົນ ຄື ທານສຸທິພົນ ທະວີໄຊການແລະພັນຕຳຫລວດເອກ ທະວີສັກ ງາມສະຫງ່າ
  5. ດ້ານເສດຖະສາດ ຕາມມາດຕາ6 (3)ຈຳນວນ  2 ຄົນ ຄືຮອງສາດຕຣາຈານ ປະເສີດ ສິນພິພັດແລະຜູ້ຊ່ວຍສາດຕຣາຈານ ທະວັດໄຊ ຈິດຕະພານັນ
  6. ດ້ານການຄຸ້ມຄອງຜູ້ບໍລິໂພກ ກິດຈະການກະຈາຍສຽງ ແລະກິດຈະການໂທລະທັດ ຕາມມາດຕາ 6 (4)ຈຳນວນ1ຄົນຄື ນາງສາວສຸພິນຍາ ກາງນະຣົງ
  7. ດ້ານການຄຸ້ມຄອງຜູ້ບໍລິໂພກກິດຈະການໂທລະຄົມມະນາຄົມມາດຕາ6 (4)ຈຳນວນ1 ຄົນ ຄື ທ່ານປະວິດ ລິສະພາພອນວົງສາ
  8. ດ້ານການສືກສາ ວັດທະນະທຳ ອັນເປັນປະໂຫຍດຕໍ່ການກຳກັບເບິ່ງແຍງກິດຈະການກະຈາຍສຽງ ກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມຕາມມາດຕາ6 (5)ຈຳນວນ1ຄົນ ຄື ພັນເອກ ສຸກິດ ຂະມະສຸນທອນ
          ບຸກຄົນດັ່ງກ່າວຈຳນວນ 11 ຄົນນີ້ຈື່ງເປັນຜູ້ໄດ້ຮັບເລືອກຈາກວຸດທິສະພາໃຫ້ເປັນກຳມະການກິດຈະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດປະທານວຸດທິສະພາໄດ້ນຳລາຍຊື່ດັ່ງກ່າວແຈ້ງໄປຍັງຜູ້ໄດ້ຮັບເລືອກຮູ້ຕາມມາດຕາ17ວັກຫນື່ງແລະແຈ້ງຜົນດັ່ງກ່າວໃຫ້ສຳນັກງານ ກສທຊ.ເພື່ອດຳເນີນການເລືອກປະທານແລະຮອງປະທານ 2 ຄົນຕາມມາດຕາ17 ວັກສາມ

          ວັນທີ 12 ກັນຍາ ປີ 2011 ສຳນັກງານ ກສທຊ.ໄດ້ເຊີນບຸກຄົນທັງ 11 ຄົນທີ່ໄດ້ຮັບເລືອກຈາກວຸດທິສະພາເຂົ້າຮ່ວມປະຊຸມກັນເພື່ອເລືອກປະທານແລະຮອງປະທານ2ຄົນ ຊື່ງທີ່ປະຊຸມອອກສຽງເປັນເອກະສັນເລືອກພົນເອກທະເຣດ ປຸນສີ ເປັນປະທານແລ້ວມີການປະຊຸມລັບເພື່ອລົງມະລິເລືອກຮອງປະທານ2ຄົນ ຜົນການລົງມະຕິໄດ້ພັນເອກນະທີ ສຸກົນຣັດ ແລະພັນເອກ ເສດຖະພົງ ມະລິສຸວັນ ເປັນຮອງປະທານ ສຳນັກງານ ກສທຊ.ໄດ້ແຈ້ງຜົນການເລືອກນີ້ໃຫ້ປະທານວຸດທິສະພາຮູ້

          ວັນທີ 19 ກັນຍາ ປີ 2011 ເລຂາທິການວຸດທິສະພາສະເຫນີຜົນການຄັດເລືອກ ກສທຊ.ຊື່ງປະກອບດ້ວຍປະທານ 1 ຄົນຮອງປະທານ2ຄົນ ແລະກຳມະການອີກ 8ຄົນ ໃຫ້ປະທານວຸດທິສະພາ ເພື່ອແຈ້ງຜົນການຄັດເລືອກ ກສທຊ.ໃຫ້ນາຍຍົກລັດຖະມົນຕີນຳຄວາມຂື້ນກາບບັງຄົມທູນເພື່ອຊົງພະກະລຸນາໂປດເກົ້າແຕ່ງຕັ້ງ

          ວັນທີ 4 ຕຸລາ ປີ22011ມີປະກາດສຳນັກນາຍຍົກລັດຖະມົນຕີວ່າມີພະບົມມະຣາດຊະອົງການ ໂປດເກົ້າ ແຕ່ງຕັ້ງຄະນະກຳມະການກິດຈະການກະຈາຍສຽງກິດຈະການໂທລະທັດແລະກິດຈະການໂທລະຄົມມະນາຄົມແຫ່ງຊາດຈຳນວນ 11 ລາຍດັ່ງນີ້
1. ພົນອາກາດເອກ ທະເຣດ ປຸນສີ ເປັນປະທານກຳມະການ
2. ພັນເອກ ນະທີ ສຸກກົນຣັດ ເປັນຮອງປະທານກຳມະການ
3. ພັນເອກ ເສດຖະພົງ ມະລິສຸວັນ     ເປັນຮອງປະທານກຳມະການ
4. ພົນໂທ ພີຣະພົງ ມານະກິດ ເປັນກຳມະການ
5. ນາຍສຸດທິພົນ ທະວີໄຊການ ເປັນກຳມະການ
6. ພັນຕຳຫລວດເອກ ທະວີສັກ ງາມສະຫງ່າ ເປັນກຳມະການ
7. ທ່ານປະເສີດ ສີນພິພັດ ເປັນກຳມະການ
8. ທ່ານທະວັດໄຊ ຈິດຕະພານັນ ເປັນກຳມະການ
9. ນາງ ສາວສຸພິນຍາ ກາງນະຣົງ      ເປັນກຳມະການ
10. ທ່ານປະວິດ ລີສະຖາພອນວົງສາ  ເປັນກຳມະການ
11. ພົນເອກ ສຸກິດ ຂະມະ  ເປັນກຳມະການ

          2011 ເປັນຕົ້ນໄປຫນ້າ 21 ເຫລັ້ມ128 ຕອນພິເສດ 118 ງ ຣາດຊະກິດຈານຸເບກສາ ຕຸລາ ປີ 2011

ສ້າງຕັ້ງຂື້ນໂດຍ  - Supawan  Sittipanya (4/7/2019 15:27:28)

Download

Page views: 10343